ຈີນ ຢັ້ງຢືນຄືນໃໝ່ການພົວພັນເປັນປົກກະຕິກັບ ເວເນຊູເອລາ

(VOVWORLD) -“ການຮ່ວມມືອັນແທດຈິງ ລະຫວ່າງ ຈີນ ແລະ ເວເນຊູເອລາ ແມ່ນອີງຕາມບັນດາຫຼັກການ ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມກັນພັດທະນາ ແລະ ບັນດາຂໍ້ກໍານົດດ້ານການຄ້າ ກໍຄືຖືກຕ້ອງຕາມກັບກົດໝາຍ ແລະ ນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ...”
ຈີນ ຢັ້ງຢືນຄືນໃໝ່ການພົວພັນເປັນປົກກະຕິກັບ ເວເນຊູເອລາ - ảnh 1ທ່ານນາງ ຫົວຊວນຫຍິງ ໂຄສົກກະຊວງການຕ່າງປະເທດ ຈີນ (ພາບ:TTXVN) 

ວັນທີ 14 ກຸມພາ, ຈີນ ໄດ້ຢັ້ງຢືນຄືນໃໝ່ ການພົວພັນຂັ້ນລັດທີ່ເປັນປົກກະຕິລະຫວ່າງປະເທດນີ້ ກັບ ເວເນຊູເອລາ ໃນສະພາບວິກິດການດ້ານການເມືອງຢູ່ປະເທດ ອາເມລິກາລາຕິນນີ້ ຍັງບໍ່ທັນບັນລຸໄດ້ລະດັບກະໂດດຂັ້ນເທື່ອ. ຕາມສໍານັກຂ່າວສານ ຊີນຮວາ ແລ້ວ, ທ່ານນາງ ຫົວຊວນຫຍິງ ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ຍົກອອກຖະແຫຼງການດັ່ງກ່າວ ທີ່ການຖະແຫຼງຂ່າວ ເມື່ອໄດ້ຖາມກ່ຽວກັບບົດກ່າວປາໄສຫວ່າງມໍ່ໆມານີ້ ຂອງທ່ານ Elliott Abrams ທູດພິເສດຂອງ ອາເມລິກາ ກ່ຽວກັບ ເວເນຊູເອລາ ວ່າ ປັກກິ່ງ ອາດຈະຢຸດຕິການສະໜອງບັນດາບ້ວງເງິນກູ້ຢືມ ສໍາລັບ ເວເນຊູເອລາ ເມື່ອພິຈາລະນາກ່ຽວກັບຄວາມອາດສາມາດໃນການໃຊ້ຈ່າຍໜີ້ຂອງ Caracas. ທ່ານນາງ ຫົວຊວນຫຍິງ ກໍເນັ້ນໜັກວ່າ “ການຮ່ວມມືອັນແທດຈິງ ລະຫວ່າງ ຈີນ ແລະ ເວເນຊູເອລາ ແມ່ນອີງຕາມບັນດາຫຼັກການ ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມກັນພັດທະນາ ແລະ ບັນດາຂໍ້ກໍານົດດ້ານການຄ້າ ກໍຄືຖືກຕ້ອງຕາມກັບກົດໝາຍ ແລະ ນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ. ຈີນ ຈະສືບຕໍ່ຢຶດໝັ້ນກັບບັນດາຫຼັການດັ່ງກ່າວໃນການປະຕິບັດການເຄື່ອນໄຫວພົວພັນແລກປ່ຽນ ແລະ ການຮ່ວມມືກັບ ເວເນຊູເອລາ ໃນຫຼາຍຂົງເຂດ”.

        ແລະກໍໃນວັນດຽວກັນ, ທ່ານນາງ Maria Zakharova ໂຄສົກຂອງກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ມົດສະກູ ພ້ອມແລ້ວທີ່ຈະເຂົ້າຮ່ວມກຸ່ມປະເທດໄກ່ເກ່ຍ ເພື່ອແກ້ໄຂວິກິດການຢູ່ ເວເນຊູເອລາ, ແຕ່ດ້ວຍເງື່ອນໄຂວ່າ ວິວັດການໄກ່ເກ່ຍດັ່ງກ່າວ ຕ້ອງປະຕິບັດບົນເນື້ອໃນຈິດໃຈເປີດເຜີຍ.

ຕອບກັບ

ຂ່າວ/ບົດ​ອື່ນ