ຈີນ, ລັດເຊຍ ໃຫ້ຄຳໝັ້ນສັນຍາຮັກສາການຕິດຕໍ່ກ່ຽວກັບບັນຫາແຫຼມ ເກົາຫຼີ
(VOVWORLD) - ວັນທີ 06 ສິງຫາ, ຈີນ ແລະ ລັດເຊຍ ໃຫ້ຄຳໝັ້ນສັນຍາຮັກສາການຕິດຕໍ່ຢ່າງແໜ້ນແຟ້ນລະຫວ່າງ 2 ຝ່າຍກ່ຽວກັບບັນຫາ ແຫຼມເກົາຫຼີ, ພ້ອມທັງຖືວ່າ 2 ປະເທດມີທ່າທີສະເໝີຕົ້ນສະເໝີປາຍກ່ຽວກັບບັນຫານີ້.
ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov (ພາບ: KT) |
|
ທີ່ການພົບປະຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ນະຄອນຫລວງ ມານີລາ ປະເທດ ຟີລິບປີນ, ທ່ານ ຫວາງອີ ລັດຖະມົນຕີການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ທ່ານ ແລະ ຄູ່ຕຳແໜ່ງ ລັດເຊຍ Sergei Lavrov ມີການແລກປ່ຽນທັດສະນະຢ່າງເລິກເຊິ່ງກ້ວາງຂວາງກ່ຽວກັບສະພາບການໃນປະຈຸບັນຢູ່ແຫຼມ ເກົາຫຼີ, ພິເສດແມ່ນກ່ຽວກັບມະຕິລົງໂທດ ຊຶ່ງຫາກໍ່ຮັບຮອງເອົາຈາກສະພາຄວາມໝັ້ນຄົງສະຫະປະຊາຊາດ.
ສ່ວນທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ເຫັນດີຕໍ່ບັນດາການຕີລາຄາຂອງທ່ານ ຫວາງອີ. ທ່ານ Sergei Lavrov ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ລັດເຊຍ Vladimir Putin ພວມລໍຄອຍ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນແຖວໜ້າໂລກ (BRICS) ຊຶ່ງຈັດຕັ້ງຢູ່ແຂວງ ຟູ໋ແຈງ, ຈີນ ໃນເດືອນ ກັນຍາ ຈະມາເຖິງ.