ການລາດຕະເວນລວມຢູ່ແມ່ນ້ຳຂອງ
|
(vovworld)- ວັນທີ 21/11 , ຈີນ, ລາວ, ໄທ, ມຽນມາ ສິ້ນສຸດການລາດຕະເວນລວມຢູ່ແມ່ນ້ຳຂອງ ຄັ້ງທີ 28 ຢູ່ເຂດ 3 ລ່ຽມຄຳ. ກຳລັງປ້ອງກັນຊາຍແດນແຂວງຢຸນໜານຂອງຈີນໃຫ້ຮູ້ວ່າ ໃນ ການລາດຕະເວນທີ່ແກ່ຍາວເປັນເວລາເປັນເວລາ 4 ວັນນີ້, ຕຳຫຼວດໄດ້ທຳການກວດກາກຳປັ່ນ 19 ລຳ , 49 ຄົນພ້ອມກັບ ສິນຄ້າ 890 ໂຕນ. ພ້ອມກັນນັ້ນ, 4 ປະເທດຍັງແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການປ້ອງກັນຄວາມສະຫງົບຢູ່ລຍບຕາມແມ່ນ້ຳຂອງ, ພ້ອມກັນນັ້ນ ກໍໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືຕ້ານການເຄື່ອນໄຫວຄ້າຂາຍເທື່ອນ ແລະ ຢາເສບຕິດ .