ຈີນ ສືບຕໍ່ຮຽກຮ້ອງບັນດາຝ່າຍຢູ່ ຊີຣີ ຢຸດຕິການໃຊ້ຄວາມຮຸນແຮງ

ຈີນ ສືບຕໍ່ຮຽກຮ້ອງບັນດາຝ່າຍຢູ່ ຊີຣີ ຢຸດຕິການໃຊ້ຄວາມຮຸນແຮງ - ảnh 1
ສະພາບການໃຊ້ຄວາມຮຸນແຮງພວມເພີ່ມຂຶ້ນຢູ່ ຊີຣີ
(ພາບ: ອີນເຕີເນັດ)

(vovworld) - ອີກ​ເທື່ອ​ໜຶ່ງ, ຈີນ​ໄດ້​ອອກສຽງ​ຮຽກຮ້ອງ​ບັນດາ​ຝ່າຍ​ຢູ່ ຊີຣີ ຢຸດຕິ​​​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງໃນ​ທັນທີ ​​ໂດຍບໍ່​ມີ​ເງື່ອນ​ໄຂ​ໃດໆ. ​ແຈ້ງ​ການ​ເມື່ອ​ວັນ​ທີ 3/3 ຂອງ​ກະຊວງ​ການ​ຕ່າງປະ​ເທດ ຈີນ ຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ ຊິຣີ ​ແລະ ຝ່າຍ​ຕ່າງ​ໆ​ດຳ​ເນີນ​ການ​ໂອ້​ລົມ​ສົນທະນາ. ພ້ອມ​ກັນ​ນັ້ນ, ຈີນ ກໍ​ເນັ້ນ​ໜັກ​ເຖິງ​ການ​ຄັດຄ້ານ​ທຸກໆ​ຮູ​ບການ​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ ຊີຣີ. ຖະ​ແລງ​ການ​ຍັງ​ໃຫ້​ຮູ້​ວ່າ: ຈີນ, ພ້ອມ​ແລ້ວ​ທີ່ຈະ​ໜູນ​ຊ່ວຍ​ມະນຸດສະທຳ​ໃຫ້​ແກ່ ຊີຣີ, ​ແຕ່​ວ່າ​ຕ້ອງ​ດຳ​ເນີນ​ໂດຍ​ຜ່ານ​ປະຊາ​ຄົມ​ໂລກ ​ແລະ ບົນ​ພື້ນຖານ​ເຄົາລົບ​ນັບຖື ອະທິປະ​ໄຕ​ຂອງ ຊີ​ຣີ.

 

ຂ່າວ/ບົດ​ອື່ນ