(vovworld) - ວັນທີ 1/7, ພັກກອມມູນິດຈີນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 91 ປີແຫ່ງວັນສ້າງຕັ້ງ. ເລີ່ມຕົ້ນແມ່ນມີສະມາຊິກພັກພຽງ 50 ຄົນ, ໃນ 91 ປີຜ່ານມາ, ຈຳນວນສະມາຊິກພັກກອມມູນິດຈີນ ໄດ້ມີກ່ວາ 82,6 ລ້ານຄົນ. ກ່ວາ 10 ປີຜ່ານມາ, ພັກກອມມູນິດຈີນ ໄດ້ເປັນເອກະພາບກັນ ແລະ ນຳພາສະມາຊິກພັກກໍຄືປະຊາຊົນໃນທົ່ວປະເທດບົນເສັ້ນທາງກໍ່ສ້າງລັດທິສັງຄົມນິຍົມທີ່ເຂັ້ມຂົ້ນໄປດ້ວຍສີສັນຈີນ, ບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງໃນຂົງເຂດເສດຖະກິດ, ການເມືອງ, ວັດທະນະທຳ, ສ້າງສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ສ້າງປະເທດຈີນ ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບ 2 ໃນໂລກ. ພັກກອມມູນິດຈີນ ພວມຕ້ອງປະເຊີນໜ້າກັບບັນດາການທ້າທາຍນັບມື້ນັບໃຫຍ່ຫຼວງ ແລະ ສືບຕໍ່ຕ້ອງແກ້ໄຂໜ້າທີ່ສຳຄັນ ແລະ ສັບສົນຫຼາຍຢ່າງ. ເພື່ອແກ້ໄຂບັນດາໜ້າທີ່ນີ້, ພັກກອມມູນິດຈີນ ຄວນພະຍາຍາມຮັກສາບົດບາດປະຈັນບານ ແລະ ປັບປຸງຄວາມສາມາດນຳພາຂອງຕົນ.