(vovworld) - ວັນທີ 15/9, ຕາມແຫຼ່ງຂ່າວຈາກກະຊວງການເງິນສ.ເກົາຫຼີ ໃຫ້ຮູ້ວ່າ ປະເທດນີ້ ແລະ ຈີນ ໄດ້ເຫັນດີຍູ້ແຮງວິວັດການເຈລະຈາສັນຍາການຄ້າເສລີ (FTA) ສອງຝ່າຍ. ນີ້ໄດ້ຖືວ່າແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມເພີ່ມທະວີການແລກປ່ຽນດ້ານການຄ້າ ແລະ ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງຢູ່ອາຊີຕາເວັນອອກສຽງເໜືອນີ້. ສອງຝ່າຍໄດ້ຕົກລົງເປີດກວ້າງການຮ່ວມມືໃນຂົງເຂດເງິນຕາ, ນຳໃຊ້ທັງເງິນຢວນ ແລະ ເງິນອວນໃນບັນດາການແລກປ່ຽນການຄ້າສອງຝ່າຍ. ນີ້ແມ່ນຈິດໃຈຂອງຂໍ້ຕົກລົງເຊິ່ງໄດ້ຮັບການລົງນາມທີ່ການເຈລະຈາຂັ້ນລັດຖະມົນຕີການຄ້າຄັ້ງທີ 11 (ນັບແຕ່ປີ 1999) ລະຫວ່າງຈີນ ແລະ ສ.ເກົາຫຼີ ຢູ່ນະຄອນຫຼວງປັກກິງ ເມື່ອວັນທີ 13/9 ຜ່ານມາ. ຕາມນັ້ນແລ້ວ, ທ່ານລັດຖະມົນຕີການເງິນສ.ເກົາຫຼີ Bahk Jae – wan ພ້ອມກັບບັນດາເຈົ້າໜ້າທີ່ຂອງປະເທດນີ້ໄດ້ມີບັນດາການປຶກສາຫາລືຢ່າງກົງໄປກົງມາກັບທ່ານປະທານຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ ຈາງຕົ່ງ. ທີ່ການພົບປະ, ທ່ານລັດຖະມົນຕີ Bahk Jae – wan ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີບັນດາການເຈລະຈາກ່ຽວກັບ FTA ສອງຝ່າຍ ແລະ ການຮ່ວມມືໃນບັນຫາເງິນຕາລະຫວ່າງສອງຝ່າຍ. ທ່ານກໍເຕື້ອງເຖິງຄວາມຈຳເປັນຕ້ອງມີບາດກ້າວບຸກທະລຸໃຫ້ທັງຝ່າຍຈີນ ແລະ ສ.ເກົາຫຼີ, ເຊິ່ງສອງປະເທດພວມຖືກຜົນສະທ້ອນຈາກໄພເສດຖະກິດຊຸກໂຊມຢູ່ພາກພື້ນໃຊ່ສະກຸນເງິນເອີໂຣ.