ຈີນ ເພີ່ມ​ທະ​ວີ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ກ່ອນ​ຕ້ອນ​ຮັບ​ບຸນ​ປີໃໝ່​ປະ​ຈຳ​ຊາດ 2021

(VOVWORLD) -ບັນດາອົງການທີ່ມີໜ້າທີ່ຕ້ອງປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ, ທັງຮັບປະກັນໃຫ້ການການຈະລາຈອນໄດ້ລຸລ່ວງ, ບໍ່ປະໃຫ້ ລະດູທ່ອງທ່ຽວໃບໄມ້ປົ່ງ ເປັນໂອກາດເພື່ອໃຫ້ໂລກລະບາດແຜ່ລາມ.
ຈີນ ເພີ່ມ​ທະ​ວີ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ກ່ອນ​ຕ້ອນ​ຮັບ​ບຸນ​ປີໃໝ່​ປະ​ຈຳ​ຊາດ 2021 - ảnh 1ຈີນ ເພີ່ມທະວີວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ກ່ອນຕ້ອນຮັບບຸນປີໃໝ່ປະຈຳຊາດ 2021 (ພາບ: TTXVN)

ກ່າວຄຳເຫັນໃນກອງປະຊຸມຂອງ ໜ່ວຍງານຮັບຜິດຊອບວຽກງານການທ່ອງທ່ຽວໃນລະດູບານໃໝ່, ສັງກັດຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ສະພາແຫ່ງຊາດ ຈີນ ທີ່ຈັດຂຶ້ນໃນວັນທີ 10 ມັງກອນ, ທ່ານ ຫຼີແສວເຜີງ ລັດຖະມົນຕີກະຊວງຄົມມະນາຄົມ ທັງເປັນຜູ້ຮັບຜິດຊອບໜ່ວຍງານດັ່ງກ່າວ ເນັ້ນໜັກວ່າ: ບັນດາອົງການທີ່ມີໜ້າທີ່ຕ້ອງປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ, ທັງຮັບປະກັນໃຫ້ການການຈະລາຈອນໄດ້ລຸລ່ວງ, ບໍ່ປະໃຫ້ ລະດູທ່ອງທ່ຽວໃບໄມ້ປົ່ງ ເປັນໂອກາດເພື່ອໃຫ້ໂລກລະບາດແຜ່ລາມ.

        ນອກຈາກເລື່ອງ ຫຼາຍທ້ອງຖິ່ນໃນທົ່ວປະເທດ ຈີນ ຮຽກຮ້ອງໃຫ້ປະຊາຊົນຈຳກັດການໄປ - ມາ, ຕ້ອນຮັບບຸນປີໃໝ່ຢູ່ກັບບ່ອນ, ຍັງມີທ້ອງຖິ່ນບາງແຫ່ງຮຽກຮ້ອງປະຊາຊົນທີ່ກັບມາຈາກເຂດທີ່ມີຄວາມສ່ຽງຕິດເຊື້ອຕ່ຳ ກໍຕ້ອງມີຜົນກວດເປັນລົບກັບພະຍາດໂຄວິດ - 19 ພາຍໃນເວລາ 7 ວັນ.

        ໄລ່ຮອດວັນທີ 11 ມັງກອນ, ທົ່ວປະເທດ ຈີນ, ມີ  1 ເຂດມີຄວາມສ່ຽງແຜ່ລະບາດສູງ ນັ້ນແມ່ນ ເມືອງ ສາວເຈິງ, ແຂວງ ເຄື໊ອເປີຍ.

(ດິ່ງຕວ໊ນ - ນັກຂ່າວ VOV ປະຈຳ ຈີນ)

ຕອບກັບ

ຂ່າວ/ບົດ​ອື່ນ