ຈີນ ແລະ ລັດເຊຍ ເຫັນດີເພີ່ມທະວີການລົງທຶນເຊິ່ງກັນ ແລະ ກັນ

ຈີນ ແລະ ລັດເຊຍ ເຫັນດີເພີ່ມທະວີການລົງທຶນເຊິ່ງກັນ ແລະ ກັນ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 09/09, ຈີນ ​ແລະ ລັດ​ເຊຍ ​ເຫັນ​ດີ​ເພີ່ມ​ທະວີ​ການ​ລົງທຶນ​ເຊິ່ງກັນ ​ແລະ ກັນ ​ແລະ ພ້ອມ​ກັນ​ພັດທະນາ​ບັນດາ​ໂຄງການ​ພະລັງງານ, ​ເສັ້ນທາງ​ລົດ​ໄຟຄວາມ​ໄວ​ສູງ, ​ໂທລະ​ຄົມ ສື່ສານ, ຂຸດ​ຄົ້ນ​ບໍ່​ແຮ່, ​ເຮືອນ​ຢູ່ ​ແລະ ພື້ນຖານ​ໂຄງ​ລ່າງ. ນີ້​ແມ່ນ​ໝາກຜົນ​ບັນລຸ​ໄດ້​ໃນ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ຄະນະ​ກຳມະການ​ຮ່ວມ​ມື​ລົງທຶນລະຫວ່າງ​ຈີນ - ລັດ​ເຊຍ, ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີຈີນ ຈາງ​ກາວ​ລີ້ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີຜູ້ທີ່​ໜຶ່ງ​ລັດ​ເຊຍ Igor Shuvalov ​ເປັນ​ປະທານຮ່ວມ​ທີ່​ຫໍ​ສະພາ​ປະຊາຊົນ​​ຢູ່​ນະຄອນຫຼວງ​ປັກ​ກິ​ງ, ປະ​ເທດ​ຈີນ. ທີ່​ກອງ​ປະຊຸມ, ທ່ານ ຈາງ​ກາວ​ລີ້ ຢືນຢັນ​ວ່າ ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ຈີນ - ລັດ​ເຊຍ ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່. ຕາມ​ທ່ານ​ແລ້ວ, ​ເລື່ອງ 2 ປະ​ເທດ​ສ້າງ​ຕັ້ງ​ຄະນະ​ກຳມະການ​ຮ່ວມ​ມື​ລົງທຶນ ​ແມ່ນ​ເພື່ອ​ແນ​ໃສ່​ສືບ​ຕໍ່​ປະຕິບັດ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ລະຫວ່າງ​ປະທານາທິບໍດີ​ 2 ປະ​ເທດ ​ແລະ ກະກຽມ​ການ​ພົບປະ​ປະຈຳ​​ໄລຍະຄັ້ງ​ທີ 19 ລະ​ຫວ່າງ​ບັນດ​າການ​ນຳ​ລັດຖະບານ 2 ປະ​ເທດ. ​ໃນ​ຂະນະ​ນັ້ນ, ທ່ານ Shuvalov ​ໄດ້ສະ​ແດງ​ວ່າ ລັດ​ເຊຍ ພ້ອມ​ແລ້ວ​ທີ່ຈະ​ເປີດ​ກວ້າງ​ຂົງ​ເຂດ​ລົງທຶນ​ໃຫ້​ບັນດາ​ນັກ​ລົງທຶນ​ຈີນ​ຕື່​ມອີກ ກໍ່​ຄື​ສ້າງ​ເງື່ອນ​ໄຂ​ສະດວກ​ກວ່າ ​ແລະ ສະໜອງ​ການ​ບໍລິການ​ການ​ເງິນ​ໃຫ້​ສະດວກ​ກວ່າ. ທ່ານ​ຮອງ​ນາຍົກລັດຖະມົນຕີລັດ​ເຊຍ ​ເນັ້ນ​ໜັກ​ວ່າ ​ເລື່ອງ​ເພີ່ມ​ທະວີ​ການ​ລົງທຶນ 2 ຝ່າຍ ​ໄດ້​ສວນ​ບົດບາດ​ສຳຄັນ​ໃນ​ການ​ເປີດ​ກວ້າງ ​ແລະ ປັບປຸງ​ການ​​ຮ່ວມ​ມື. ທ່ານ​ກໍ່ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ລັດ​ເຊຍ​ ຈະ​ໃຫ້​ຄະນະ​ກຳມະການ​ດັ່ງກ່າວ​ສວມ​ບົດບາດ​​ໃນ​ການ​ຊຸກຍູ້ ​ແລະ ​ແນະນຳ​ການ​ລົງທຶນ​ຢ່າງ​ຄົບ​ຖ້ວນ.

ຂ່າວ/ບົດ​ອື່ນ