ຕຳຫລວດຈີນເຂົ້າຮ່ວມການລາດຕະເວັນຮ່ວມຢູ່ແມ່ນ້ຳຂອງ
ພາບ: internet
|
(vovworld) - ຈີນ ແລະ ລາວ ໄດ້ເປັນເອກະສັນນຳກັນວ່າຈະເພີ່ມທະວີການຮ່ວມມືຮັກສາຄວາມໝັ້ນຄົງໃນລຳແມ່ນ້ຳຂອງ ເພື່ອຍູ້ແຮງການເຄື່ອນໄຫວກວາດລ້າງອາດຊະຍາກຳຂ້າມຊາດ. ຂໍ້ຕົກລົງດັ່ງກ່າວບັນລຸໄດ້ທີ່ການພົບປະລະຫວ່າງທ່ານ ຈ້ຽນຈຽນຈູ ກຳມະການລັດຖະບານ, ລັດຖະມົນຕີກະຊວງຕຳຫລວດຈີນ ແລະ ຄູ່ຕຳແຫນ່ງລາວ ທອງບັນ ແສງອາພອນ ທີ່ພວມຢູ່ຢ້ຽມຢາມ ປັກກິ່ງ. ກ່າວຄຳເຫັນທີ່ການປະຊຸມປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງສອງຝ່າຍ, ທ່ານ ຈ້ຽນຈຽນຈູ ຖືວ່າ: ສອງປະເທດຄວນສືບຕໍ່ຍູ້ແຮງການປະຕິບັດກົດໝາຍ ແລະ ຮ່ວມມືດ້ານຄວາມໝັ້ນຄົງບົນແມ່ນ້ຳຂອງ, ເພີ່ມທະວີການພົບປະແລກປ່ຽນລະຫວ່າງບັນດາພາລະກອນອຳນາດບໍລິຫານ ແລະ ຊຸກຍູ້ການຮ່ວມມືໃນຫລາຍຂົງເຂດ ແນໃສ່ຮັກສາຄວາມສະຖຽນລະພາບ, ສັນຕິພາບເພື່ອຮັບໃຊ້ການພັດທະນາເສດຖະກິດໃນພາກພື້ນ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ. ພາຍຫລັງການເຈລະຈາ, ສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມືທີ່ກ່ຽວຂ້ອງຈຳນວນຫນຶ່ງ.