ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄຊຽນ
ຕ້ອນຮັບທ່ານນາງ Federica Mogherini
(ພາບ: Reuters)
(vovworld) - ທີ່ການພົບປະເຈລະຈາຍຸດທະສາດ ຈີນ - ອີຢູ ຄັ້ງທີ 7, ດຳເນີນໄປຢູ່ ຈີນ ໃນວັນທີ 19/04, ບັນດາເຈົ້າໜ້າທີ່ການທູດແຖວໜ້າຂອງ ຈີນ ແລະ ສະຫະພາບ ເອີລົບ (ອີຢູ) ພ້ອມກັນໃຫ້ຄຳໝັ້ນສັນຍາຮ່ວມມືຢ່າງແໜ້ນແຟ້ນກ່ວາ, ເອົາໃຈໃສ່ເປັນພິເສດເຖິງບັນດາຜົນປະໂຫຍດລວມກ່ຽວກັບການປ້ອງກັນຊາດປ້ອງກັນຄວາມສະຫງົບ, ສັນຕິພາບ ແລະ ຊຸກຍູ້ການຄ້າເສລີ. ກ່າວຄຳເຫັນທີ່ການເຈລະຈາ, ທ່ານ ຢ໋າງເຈຍສື ກຳມະການລັດຖະບານ ຈີນ ເນັ້ນໜັກວ່າ ໃນສະພາບການປະຈຸບັນ, ຈີນ ແລະ ອີຢູ ຄວນເຮັດໃຫ້ການພົວພັນຢ່າງເລິກເຊິ່ງ ແລະ ເປັນເອກະພາບບັນດານະໂຍບາຍ ບໍ່ພຽງແຕ່ເພື່ອຜົນປະໂຫຍດລວມຂອງ 2 ຝ່າຍເທົ່ານັ້ນ ຫາກຍັງເພື່ອຄວາມສຳຄັນຂອງການພັດທະນາສາຍພົວພັນເສດຖະກິດ ແລະ ການເມືອງສາກົນອີກດ້ວຍ. ສ່ວນທ່ານນາງ Federica Mogherini ຜູ້ຕ່າງໜ້າຂັ້ນສູງຮັບຜິດຊອບນະໂຍບາຍ ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດຂອງ ອີຢູ ຖືວ່າ ຈີນ ແລະ ອີຢູ “ມີຄວາມຮັບຜິດຊອບໃຫຍ່ຫລວງ” ໃນ “ບັນດາໄລຍະຜັນແປ”.