ຈີນ ແລະ ອາເມລິກາ ຄວນເປັນຄູ່ຮ່ວມມື ແຕ່ບໍ່ແມ່ນເປັນຄູ່ແຂ່ງ

(VOVWORLD) - ວັນທີ 09 ພະຈິກ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ເນັ້ນໜັກວ່າ ປະເທດນີ້ ແລະ ອາເມລິກາ ຄວນເປັນຄູ່ຮ່ວມມື ແຕ່ບໍ່ແມ່ນເປັນຄູ່ແຂ່ງ,  ແລະ 2 ປະເທດອາດຈະພ້ອມກັນນຳມາບັນດາສິ່ງທີ່ດີງາມໃຫ້ກັນ ແລະ ໃຫ້ທົ່ວໂລກ.
ຈີນ ແລະ ອາເມລິກາ ຄວນເປັນຄູ່ຮ່ວມມື ແຕ່ບໍ່ແມ່ນເປັນຄູ່ແຂ່ງ - ảnh 1 ທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: THX/TTXVN)

ກ່າວຄຳເຫັນເມື່ອເປັນປະທານງານລ້ຽງອາຫານຄ່ຳກັບທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ຫໍສະພາປະຊາຊົນຢູ່ນະຄອນຫລວງ ປັກກີງ, ທ່ານປະທານປະເທດ ສີຈິ້ນຜິງ ເນັ້ນໜັກວ່າ: ທ່ານເຊື່ອໝັ້ນວ່າ ບັນດາສິ່ງທ້າທາຍໃນການພົວພັນ 2 ຝ່າຍແມ່ນຈຳກັດ ແຕ່ຄວາມສາມາດບົ່ມຊ້ອນແມ່ນບໍ່ມີກຳນົດ, ພ້ອມທັງໃຫ້ຮູ້ວ່າ: ທ່ານປະທານາທິບໍດີ Donald Trump ໄດ້ເຫັນດີຕໍ່ທັດສະນະດັ່ງກ່າວ.

        ສ່ວນທ່ານປະທານາທິບໍດີ Donald Trump ສະແດງຄວາມເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງ ຈີນ ແລະ ອາເມລິກາ ຈະນຳມາເຊິ່ງຜົນປະໂຫຍດໃຫ້ 2 ຝ່າຍ, ກໍ່ຄືນຳມາເຊິ່ງສັນຕິພາບ, ວັດທະນາຖາວອນ ແລະ ຄວາມສະຫງົບປອດໄພໃຫ້ໂລກ.

        ກ່ອນໜ້ານັ້ນ, ທີ່ການພົບປະກັບທ່ານປະທານາທິບໍດີ Donald Trump ພວມຢູ່ຢ້ຽມຢາມ ຈີນ ໃນວັນທີ 09 ພະຈິກ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ຮຽກຮ້ອງ ອາເມລິກາ ແລະ ຈີນ ຄວນເປີດປະຕູກ່ວາອີກ ແລະ ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຍຸຕິທຳໃຫ້ແກ່ບັນດາບໍລິສັດຂອງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ