ຈີນ ແລະ ອາເມລິກາ ເຈລະຈາຄວາມໝັ້ນຄົງ - ການທູດ

(VOVWORLD) - ວັນທີ 21 ມິຖຸນາ, ຈີນ ແລະ ອາເມລິກາ ເລີ່ມເຄື່ອນໄຫວການເຈລະຈາຄວາມໝັ້ນຄົງ - ການທູດຄັ້ງທຳອິດທີ່ສຳນັກງານກະຊວງການຕ່າງປະເທດ ອາເມລິກາ ຢູ່ ວໍຊິງຕັນ
ຈີນ ແລະ ອາເມລິກາ ເຈລະຈາຄວາມໝັ້ນຄົງ - ການທູດ - ảnh 1 ຈີນ ແລະ ອາເມລິກາ ເຈລະຈາຄວາມໝັ້ນຄົງ - ການທູດ  (ພາບ: EPA/ TTXVN)

ນອກຈາກການປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມກຳລັງກົດດັນ ເພື່ອບັງຄັບໃຫ້ ສປປ.ເກົາຫຼີ ປະລະໂຄງການລູກສອນໄຟ ແລະ ນິວເຄຼຍຂອງປະເທດນີ້, ການເຈລະຈາກໍ່ປຶກສາຫາລືກ່ຽວກັບບັນດາບັນຫາອື່ນໆຄື: ຕ້ານການກໍ່ການຮ້າຍ ແລະ ບັນຫາຢູ່ທະເລຕາເວັນອອກ. ທີ່ການເຈລະຈາ, ຝ່າຍ ອາເມລິກາ ຫວັງວ່າ ຈະຊຸກຍູ້ ຈີນ ຮ່ວມມືໃນການເພີ່ມບັນດາມາດຕະການລົງໂທດສຳລັບ ສປປ.ເກົາຫຼີ ຕື່ມອີກ. ອາເມລິກາ ແລະ ບາງປະເທດພັນທະມິດ ສາມາດພິຈາລະນາຄຳສັ່ງຂວ້ຳບາດສຳລັບນ້ຳມັນ, ການບິນ ແລະ ຄົນງານເຂົ້າເມືອງ, ຊຶ່ງກ່ອນໜ້ານັ້ນ ຈີນ ແລະ ລັດເຊຍ ໄດ້ເຄີຍຄັດຄ້ານ. ທ່ານປະທານາທິບໍດີ  Trump ເນັ້ນໜັກວ່າ ອາເມລິກາ ຫວັງວ່າ ຈະໄດ້ຮັບການຮ່ວມມືຈາກ ຈີນ ຫລວງຫລາຍເພື່ອແນໃສ່ເພີ່ມທະວີຄວາມຜົນສະທ້ອນສຳລັບ ສປປ.ເກົາຫຼີ. ໃນຂະນະນັ້ນ ກະຊວງການຕ່າງປະເທດ ຈີນ ກໍ່ຢືນຢັນວ່າ ປັກກີງ ໄດ້ມານະພະຍາຍາມເພື່ອແກ້ໄຂຄວາມເຄັ່ງຕຶງໃນແຫຼມເກົາຫຼີ ຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ