ຈີນ ໂຈະພິທີລະນຶກວັນສ້າງຕັ້ງສາຍ ພົວພັນທາງການທູດເປັນປົກກະຕິກັບ ຍີ່ປຸ່ນ ໄວ້

ຈີນ ໂຈະພິທີລະນຶກວັນສ້າງຕັ້ງສາຍ ພົວພັນທາງການທູດເປັນປົກກະຕິກັບ ຍີ່ປຸ່ນ ໄວ້ - ảnh 1

ການ​ປະ​ທ້ວງຄັດຄ້ານ​ຈີນ ຢູ່​ຍີ່ປຸ່ນ

(ພາບ:anninhthudo.vn)

(vovworld)- ວັນ​ທີ 23/9, ຈີນ​ ໄດ້ປະກາດ​ດັດ​ປັບ​ເວລາຈັດພິທີ​ລະນຶກ​ວັນ​ສ້າງຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ເປັນ​ປົກກະຕິ​ກັບ​ຍີ່ປຸ່ນ ຄົບຮອບ 40 ປີ ຊື່​ງຕາມ​ນັ້ນ​ແລ້ວ​ພິທີ​ດັ່ງກ່າວ​ຈະ​ຖືກ​ຈັດຕັ້ງຂຶ້ນ​ໃນ​ກາລະເວລາ​ເໝາະ​ສົມ ຫາກ​ບໍ່​ແມ່ນ​ວັນ​ທີ 27/9 ຕາມ​ການ​ຄາດ​ຄະ​ເນ. ສຳນັກຂ່າວສານ​ຊີ​ນຮົວ ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່​ທ່ານ​ໜື່ງ​ໂດຍ​ບໍ່​ໄດ້​ເຜີຍ​ຊື່​ສັງກັດ​ສະມາຄົມ​ມິດ​ຕະ​ພາບກັບ​ຕ່າງປະ​ເທດ​ຂອງ​ຈີນ ​ໂດຍ​ໃຫ້​ຮູ້​ວ່າ: ຍ້ອນ​ສະພາບ​ການ​ປະຈຸ​ບັນ (ໝາຍ​ເຖິງ​ການ​ໂຕ້​ຖຽງ​ກັນ​ກ່ຽວຂ້ອງ​ເຖິງ​ເຂດ​ໝູ່​ເກາະ​ທີ່​ປັກ​ກິ່ງ​ເອື້​ນວ່າຕ້ຽວ​ອີ ​ແລະ ​ໂຕ​ກຽວ​ເອີ້ນ​ວ່າ Senkaku ຢູ່​ທະ​ເລ​ຮົວຕຸ​ງ), ຝ່າຍ​ຈີນ​ໄດ້​ຕົກລົງ​ໂຈະເວລາຈັດພິທີ​ລະນຶກ​ວັນ​ສ້າງຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ເປັນ​ປົກກະຕິ​ກັບ​ຍີ່ປຸ່ນ ​ໄວ້​ໃນ​ຈຸດ​ເວລາ​ທີ່​ເໝາະ​ສົມ. ​ເຂດ​ໝູ່​ເກາະ Senkaku (ຕ້ຽວ​ອີ) ​ແມ່ນພາຍ​ໃຕ້​ສິດ​ຄວບ​ຄຸມ​ຂອງ​ຍີ່ປຸ່ນ​ນັບ​ແຕ່​ປີ 1895. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທັງ​ຈີນ ​ແລະ ​ໄຕ​ຫວັນ (ຈີນ) ລ້ວນ​ແຕ່​​ໄດ້ປະກາດອະທິປະ​ໄຕ​ສຳລັບ​ບັນດາ​ເຂດ​ເກາະ​ທີ່​ບໍ່​ມີ​ຄົນ​ຢູ່​ນີ້.

ຂ່າວ/ບົດ​ອື່ນ