ຈີນ ໃຫ້ຄຳໝັ້ນສັນຍາຍູ້ແຮງການທາບທາມຄວາມເຫັນກ່ຽວກັບ COC
(VOVWORLD) -ຈີນ ແລະ ມາເລເຊຍ ເຫັນດີຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ຜ່ານຄວາມເຫັນດີເຫັນພ້ອມດ້ານການເມືອງ, ເຫັນດີຮັກສາບົດບາດໃຈກາງຂອງ ອາຊຽນ ແລະ ຂອບເຂດການຮ່ວມມືພາກພື້ນ ອາຊຽນ.
ທ່ານລັດຖະມົນຕີການຕ່າງປະເທດ ຈີນ ວາງອີ
(ພາບ:THX/TTXVN)
|
ຈີນ ຈະຍູ້ແຮງການທາບທາມຄວາມເຫັນກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ແລະ ເຮັດວຽກກັບບັນດາຝ່າຍທີ່ກ່ຽວຂ້ອງໃນການສ້າງເຂດທະເລແຫ່ງສັນຕິພາບ ແລະ ຮ່ວມມື. ນີ້ແມ່ນຄຳຢືນຢັນຂອງທ່ານລັດຖະມົນຕີການຕ່າງປະເທດ ຈີນ ວາງອີ ທີ່ກອງປະຊຸມຖະແຫຼງຂ່າວຮ່ວມກັບຄູ່ຕຳແໜ່ງ ມາເລເຊຍ Saifuddin Abdullah ທີ່ຈັດຂຶ້ນໃນຕອນບ່າຍວັນທີ 12 ກໍລະກົດ, ຢູ່ ມາເລເຊຍ. ທ່ານ ວາງອີ ໃຫ້ຮູ້ວ່າ, ຈີນ ແລະ ມາເລເຊຍ ເຫັນດີຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ຜ່ານຄວາມເຫັນດີເຫັນພ້ອມດ້ານການເມືອງ, ເຫັນດີຮັກສາບົດບາດໃຈກາງຂອງ ອາຊຽນ ແລະ ຂອບເຂດການຮ່ວມມືພາກພື້ນ ອາຊຽນ.