ຈີນກຽມພ້ອມບັນດາຊ່ອງສຳພັດກັບຟີລິບປິນ
ທ່ານອະດີດປະທານາທິບໍດີ ຟີລິບປິນ Fidel Ramos
(ພາບ:
Reuters)
(vovworld) – ວັນທີ 10/8, ເມື່ອຕີລາຄາກ່ຽວກັບການຢ້ຽມຢາມ ປັກກິ່ງ ຂອງທ່ານອະດີດປະທານາທິບໍດີ ຟີລິບປິນ Fidel Ramos ໃນຖານະເປັນທູດພິເສດຂອງ ມານີລາ, ໂຄສົກກະຊວງການຕ່າງປະເທດ ຈີນ ຮົວຊວນຢິ້ງ ໄດ້ຢັ້ງຢືນວ່າ: ຈີນ ພ້ອມແລ້ວທີ່ເດີນຕາມບັນດາຊ່ອງສຳພັດກັບ ຟີລິບປິນ. ທ່ານນາງ ຮົວຊວນຢິ້ງ ເນັ້ນໜັກວ່າ: ຈີນ ແລະ ຟີລິບປິນ ແມ່ນບັນດາປະເທດບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອ ແລະ 2 ປະເທດພ້ອມກັນປັບປຸງການພົວພັນ 2 ຝ່າຍ, ເຊື່ອມຕໍ່ການເຈລະຈາ ແລະ ການຮ່ວມມື ແລະ ຊຸກຍູ້ການພົວພັນພັດທະນາ ແລະ ສະຖຽນລະພາບ.
ກ່ອນນັ້ນ, ວັນທີ 8/8, ທ່ານອະດີດປະທານາທິບໍດີ ຟີລິບປິນ Ramos ໄດ້ໄປຍັງ ຮົງກົງ (ປະເທດ ຈີນ) ໃນບົດບາດເປັນທູດພິເສດຂອງປະທານາທິບໍດີຄົນໃໝ່ ຟີລິບປິນ Rodrigo Duterte, ເພື່ອແນໃສ່ເປີດຊ່ອງທາງໃຫ້ແກ່ບັນດາການເຈລະຈາກັບ ປັກກິ່ງ ພາຍຫຼັງ ພາຍຫຼັງສານອະນຸຍາໂຕ ຕຸລາການ ຢູ່ ລາໄຮ (ປະເທດ ໂຮນລັງ) ອອກຄຳຕັດສິນກ່ຽວກັບກໍລະນີຟ້ອງຮ້ອງ ຈີນ ຂອງ ຟີລິບປິນ ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ ຮົງກົງ, ປະເທດຈີນ, ທ່ານ Ramos ໃຫ້ຮູ້ວ່າ: ພາລະກຳຂອງທ່ານໃນການຢ້ຽມຢາມຄັ້ງນີ້ “ບໍ່ແມ່ນເພື່ອເຈລະຈາ, ຫາກແມ່ນເປີດທາງ ແລະ ຊຸກຍູ້ການພົວພັນ” ທີ່ 2 ປະເທດເຄີຍມີເມື່ອທ່ານເປັນປະທານາທິບໍດີ.