ຈີນຕ້ອງຮັບຜິດຊອບການສຶກສາ, ແນະນຳໃຫ້ຊາວ ປະມົງເຄົາລົບນັບຖືອະ ທິປະໄຕຂອງຫວຽດນາມ
ກຳປັ່ນສູ້ຮົບຂອງ ຈີນ ເຄື່ອນໄຫວຢູ່ທະເລຕາເວັນອອກ
(ພາບປະກອບ)
(vovworld) - ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງເຄືອຂ່າຍສື່ສານ ຈີນ ໃຫ້ຂ່າວວ່າ, ວັນທີ 12/7/2012, ກຳປັ່ນຫາປາຂອງແຂວງ ໄຮໜາມ 30 ລຳ ທີ່ເລີ່ມອອກເດີນທາງຈາກທ່າກຳປັ່ນ ຊານຢ້າ ໄປຫາປາຢູ່ອ້ອມຫາດຫິນ Chu Thap ທີ່ຂຶ້ນກັບໝູ່ເກາະ ເຈື່ອງຊານັ້ນ, ຜູ້ຕາງໜ້າຄະນະກຳມະການຊາຍແດນແຫ່ງຊາດ ສັງກັດກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ: “ຫຼັກໝັ້ນຂອງຫວຽດນາມ ທີມີຕໍ່ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ ໄດ້ຮັບການຢັ້ງຢືນຫຼາຍເທື່ອແລ້ວ. ການເຄື່ອນໄຫວຂຸດຄົ້ນຂອງຊາວປະມົງ ຈີນ ຢູ່ເຂດໝູ່ເກາະ ເຈື່ອງຊາ ແມ່ນບໍ່ຖືກກັບກົດໝາຍ, ລະເມີດ ອະທິປະໄຕຂອງຫວຽດນາມ ທີ່ມີຕໍ່ໝູ່ເກາະນີ້. ຫວຽດນາມ ຮຽກຮ້ອງໃຫ້ຝ່າຍຈີນ ມີຄວາມຮັບຜິດຊອບສືກສາ, ແນະນຳຊາວປະມົງເຄົາລົບນັບຖືອະທິປະໄຕ, ຜືນແຜ່ນດິນຂອງຫວຽດນາມ, ແລະປະຕິບັດຕາມກົດໝາຍສາກົນ.”