ຈີນຖີ້ມໂທດໃຫ້ກຳ່ປັ່ນ ຫວຽດນາມ ເພື່ອລໍ້ລວງ ຫາງສຽງ

ຈີນຖີ້ມໂທດໃຫ້ກຳ່ປັ່ນ ຫວຽດນາມ ເພື່ອລໍ້ລວງ ຫາງສຽງ - ảnh 1
ກຳ່​ປັ່ນ​ບາງ​ລຳ​ຂອງ​ຈີນ​ໄດ້​ສຸມ​ໃສ່​ບຸກ​ໂຈມ​ຕີ, ຕຳໃສ່​ກຳ່​ປັ່ນ​ປະຕິບັດ​ກົດໝາຍ​
ຂອງ​ຫວຽດນາມ​​ເຮັດ​ໃຫ້​ກຳ່​ປັ່ນ​ຫວຽດນາມ​ຖືກ​ເປ່​ເພ
(ພາບ: tuoitre.vn)

(vovworld) - ​ໃນ​ການ​ປະຊຸມ​ຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຕອນ​ບ່າຍວັນ​ທີ 24/6, ​​ເມື່ອບັນດາ​ນັກ​ຂ່າວ​ຍົກ​ຄຳ​ຖາມ​ກ່ຽວ​ກັບ​ເລື່ອງ​ວັນ​ທີ 23/6, ​ໂທລະພາບ​ຫວຽດນາມ​ໄດ້​ໃຫ້​ຂ່າວ​ວ່າ, ກຳ່​ປັ່ນ​ບາງ​ລຳ​ຂອງ​ຈີນ​ໄດ້​ສຸມ​ໃສ່​ບຸກ​ໂຈມ​ຕີ, ຕຳໃສ່​ກຳ່​ປັ່ນ​ປະຕິບັດ​ກົດໝາຍ​ຂອງ​ຫວຽດນາມ​ຢູ່​ເຂດ​ອ້ອມ​ຮ້ານ​ເຈ​າະນຳ້ມັນ​ໄຮ​ຢາງ - 981, ​ເຮັດ​ໃຫ້​ກຳ່​ປັ່ນ​ຫວຽດນາມ​ຖືກ​ເປ່​ເພນັ້ນ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຮວາຊຸນ​ຢິງ ​​​ໄດ້​ຍົກ​ອອກ​ຂ່າວ​ທີ່​ຜິດພາດ​ອອກ​ມາ ​ແລະ ຕູ່​ຫາ​ກຳ່​ປັ່ນ​ຫວຽດນາມ​ໄດ້​ຕັ້ງ​ໃຈ​ຕຳ່​ໃສ່​ກຳ່​ປັ່ນ​ຂອງ​ຈີນ, ​ເຮັດ​ໃຫ້​ກຳ່​ປັ່ນ​ຈີນ​ຖືກ​ເປ່​ເພ​. ບໍ່​ພຽງ​ແຕ່​ຖີ້ມ​ໂທດ​ໃຫ້​ກຳ່​ປັ່ນ​ຂອງ​ຫວຽດນາມ​ເທົ່າ​ນັ້ນ, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຍັງ​ຊຸກຍູ້​ຫວຽດນາມ​ຖອນ​ກຳ່​ປັ່ນ ​ແລະ ພາລະ​ກອນ​ທັງ​ໝົດ​ອອກ​ຈາກ​ເຂດ​ທະ​ເລ, ​ເພື່ອ​ຟື້ນ​ຟູ​ສະຖຽນ​ລະ​ພາບ​ຄືນ​ໃໝ່ຢູ່​ທະ​ເລຕາ​ເວັນ​ອອກ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ນີ້​ແມ່ນ​ການ​ເສກ​ສັນ​ປັ້ນ​ແຕ່​ງຢ່າງ​ເປີດ​ແປນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ​ເພື່ອ​ບິດ​ເບືອນ​ຄວາມ​ຈິງ, ລໍ້​ລວງ​ຫາງ​ສຽງ​ຈີນ ​ແລະ ​ໂລກ.

ຂ່າວ/ບົດ​ອື່ນ