ຈີນລົງໂທດໂຕ້ຕອບອາເມລິກາ ກ່ຽວຂ້ອງເຖິງ ຮົ່ງກົງ

(VOVWORLD) -ອາເມລິກາ ໄດ້ສວຍໃຊ້ບັນຫາຮົ່ງກົງ ເພື່ອແຊກແຊງເຂົ້າວຽກງານພາຍໃນຂອງຈີນ ຢ່າງຮ້າຍແຮງ, ສ້າງຄວາມເສຍຫາຍເຖິງຜົນປະໂຫຍດຫຼັກແຫຼ່ງຂອງປະເທດນີ້.

ຈີນລົງໂທດໂຕ້ຕອບອາເມລິກາ ກ່ຽວຂ້ອງເຖິງ ຮົ່ງກົງ - ảnh 1 ທ່ານນາງໂຄຊົກກະຊວງການຕ່າງປະເທດຈີນ ຄວາຈວນຢິງ

(ພາບ: CFP)

ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນເຊິ່ງຖືກດຳເນີນໃນຕອນບ່າຍວັນທີ 10 ທັນວາ, ທ່ານນາງໂຄຊົກກະຊວງການຕ່າງປະເທດຈີນ ຄວາຈວນຢິງ ຖະແຫຼງວ່າ, ປະເທດນີ້ຕົກລົງທົງໂທດເຈົ້າໜ້າທີ່ ແລະ ບຸກຄະລາກອນທີ່ເຮັດວຽກໃນກົງຈັກບໍລິຫານ, ສະພາແຫ່ງຊາດ, ອົງການບໍ່ຂຶ້ນກັບລັດຖະບານຂອງອາເມລິກາ ບາງຄົນ ແລະ ຍາດຕິພີນ້ອງຂອງເຂົາເຈົ້າ ທີ່ມີການກະທຳ ແລະ ເປັນຜູ້ຮັບຜິດຊອບຕົ້ນຕໍໃນບັນດາບັນຫາກ່ຽວຂ້ອງເຖິງ ຮົ່ງກົງ. ພ້ອມທັງ, ຕົກລົງຍົກເລີກບຸລິມະສິດໃນການຍົກເວັ້ນວີຊາໃຫ້ບັນດາຜູ້ຖືໜັງສືຜ່ານແດນທາງການທູດຂອງອາເມລິກາ ເມື່ອມາຢ້ຽມຢາມ ຮົ່ງກົງ ແລະ ມາເກົ້າ (ຈີນ).

ທ່ານນາງ ຄວາຈວນຢິງ ໄດ້ກ່າວຫາວ່າ, ອາເມລິກາ ໄດ້ສວຍໃຊ້ບັນຫາຮົ່ງກົງ ເພື່ອແຊກແຊງເຂົ້າວຽກງານພາຍໃນຂອງຈີນ ຢ່າງຮ້າຍແຮງ, ສ້າງຄວາມເສຍຫາຍເຖິງຜົນປະໂຫຍດຫຼັກແຫຼ່ງຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ