ຈີນສະເຫຼີມສະຫຼອງ 63 ປີແຫ່ງວັນສະຖາປະນາ

ຈີນສະເຫຼີມສະຫຼອງ 63 ປີແຫ່ງວັນສະຖາປະນາ - ảnh 1
​ພິທີສະ​ເຫຼີ​ມສະຫຼອງ 63 ປີ​ແຫ່ງ​ວັນ​ສະຖາປະນາ​ ສາທາລະນະ​ລັດ​ປະຊາຊົນ​ຈີນ
(ພາບ: NEWS)


(vovworld) -     ຕອນ​ຄໍ່າ​ວັນ​ທີ 29/9, ຈີນ ​ໄດ້​ຈັດ​ຕັ້ງ​ພິທີສະ​ເຫຼີ​ມສະຫຼອງ 63 ປີ​ແຫ່ງ​ວັນ​ສະຖາປະນາ​ ສາທາລະນະ​ລັດ​ປະຊາຊົນ​ຈີນ (1/10/1949 – 1/10/2012) ຢູ່ຈາ​ຕູ​ລັດປະຊາຊົນ​ຢູ່​ນະຄອນຫຼວງ​ປັກ​ກິ​ງຢ່າງ​ສົມ​ກຽດ.   ເຂົ້າ​ຮ່ວມ​ພິທີ​ມີ​ບັນດາ​ການ​ນຳ​ພັກ, ລັດ ຈີນ, ພ້ອມ​ກັບ​ແຂກ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ກວ່າ 1.200 ທ່ານ, ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີຈີນ ​ເວີນ​ເຈຍ​​ເປົາ ​ໄດ້​ທົບທວນ​ຄືນ​ໄລຍະ​ 63 ປີ​ແຫ່ງ​ວັນ​ສະຖາ​ປະນາ ສາທາລະນະ​ນັດ​ປະຊາຊົນ​ຈີນ, ພິ​ເສດ​ນັບ​ແຕ່​ເມື່ອ​ດຳ​ເນີນ​ການ​ປະຕິ​ຮູບ​​ເປີດປະຕູ​ເມື່ອປີ 1978 ມາ​ຮອດ​ປະຈຸ​ບັນ. ທ່ານ​ໃຫ້​ຮູ້​ວ່າ ປີ 2012 ​ແລະ ​ໃນຊຸມ​ປີ​ຕໍ່ໆ​ໄປ,​ ຈີ​ນ ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ປະຕິ​ຮູບ​ໃນ​ບັນດາ​ຂົງ​ເຂດ​ຄື: ເສດຖະກິດ, ການ​ເມືອງ, ວັດທະນະທຳ, ສັງຄົມ ​ແລະ ບັນດາ​ຂົງ​ເຂດ​ອື່ນໆ. ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ, ທ່ານນາຍົກລັດຖະມົນຕີຈີນ ​ເວີນ​ເຈຍ​​ເປົາ ​ໄດ້​ເນັ້ນ​ໜັກ​ວ່າ ຈີນ ຈະ​ຊຸກຍູ້​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ສັນຕິພາບ​ເອກະລາດ, ປົກ​ປັກ​ຮັກສາອະທິປະ​ໃຕ​ຜືນ​ແຜ່ນດິນ, ມານະ​ພະຍາຍາມ​ພ້ອມ​ກັບ​ປະຊາຊົນ​ທົ່ວ​ປະ​ເທດ​ຮັບ​ມື​ກັບ​ບັນດາສິ່ງ​ທ້າ​ທາຍ, ປະ​ກອບ​ສ່ວນ​ສ້າງ​ໂລກ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ​ຢ່າງຍາວ​ນານ ​ແລະ ຈະ​ເລີ​ນຮຸ່ງ​ເຮືອງ.

ຂ່າວ/ບົດ​ອື່ນ