ຈີນແລະລັດເຊຍອອກຖະແຫຼງການຮ່ວມກ່ຽວກັບວິກິດການຢູ່ຊີຮີ

ຈີນແລະລັດເຊຍອອກຖະແຫຼງການຮ່ວມກ່ຽວກັບວິກິດການຢູ່ຊີຮີ - ảnh 1
(ພາບປະກອບ)

(vovworld) – ຄຳ​ຖະ​​ແຫຼ​ງນີ້​ໂດຍ​ກຳມາ​ທິການ​ການ​ຕ່າງປະ​ເທດຂອງ​ສະພາ​​ແຫ່ງ​ຊາດ​ຈີນ ​ແລະ​ສະພາ​ສູງ​ລັດ​ເຊຍ​ລົງ​ນາມໃນ​ວັນ​ທີ 26/9. ​ໃນ​ຖະ​ແຫຼ​ງການ​ຊີ້​ແຈ້ງວ່າ ການ​ເຈລະຈາ​ແມ່ນ​ວິທີ​ການ​ແກ້​ໄຂ​ດີ​ທີ່​ສຸດ​ໃຫ້​ບັນຫາ​ຊີ​ຮີ ​ແລະ ຖື​ວ່າການ​ນຳ​ໃຊ້​ກຳລັງ​ອາວຸດ ຫຼື​ການ​ແຊກ​ແຊງ​ດ້ານ​ການ​ທະຫານ​ຈາກ​ພາຍ​ນອກ​ແມ່ນ​ບໍ່​ອາດ​ຮັບ​ຮູ້​ໄດ້. ສອງ​ປະ​ເທດສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ການ​ນຳ​ໃຊ້​ອາວຸດ​ເຄມີ​ຢູ່​ຊີ​ຮີ ພ້ອມ​ທັງ​ສະໜັບສະໜູນ​ການ​ສືບສວນ​ສາກົນ​ຢ່າງ​ພາວະ​ວິ​ໄສ ​ແລະ ຊັດ​ເຈນ​ກ່ຽວ​ກັບ​ເຫດການ​ດັ່ງກ່າວ. ​ໃນ​ຖະ​ແຫຼ​ງການ, ລັດ​ເຊຍ ​ແລະ ຈີນ ຊົມ​ເຊີຍ​ຂໍ້​ຕົກລົງ​ຂອງ​ຄະນະ​ການ​ນຳ​ຊີ​ຮີ ທີ່​ເຂົ້າ​ຮ່ວມ​ສົນທິສັນຍາ​ອາວຸດ​ເຄມີ ກໍ່​ຄື​ຂໍ້​ຕົກລົງ​ແມ່ ລັດ​ເຊຍ - ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ອາວຸດ​ເຄມີ​ຢູ່​ຊີ​ຮີ. ຖະ​ແຫຼ​ງ​ເນັ້ນ​ໜັກ​ວ່າ ປະຊາຊົນ ​ແລະ ອົງການ​ນິຕິບັນຍັດ​ຂອງ​ຈີນ ​ແລະ ລັດ​ເຊຍ​ຈະ​ດຳ​ເນີນ​ກອງ​ປະຊຸມ​ສາກົນ​ທີ 2 ກ່ຽວ​ກັບ​ຊີ​ຮີ ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ​ຢ່າງ​ໄວ.

ຂ່າວ/ບົດ​ອື່ນ