ຈໍານວນແຂກສາກົນມາທ່ອງທ່ຽວຫວຽດນາມສືບຕໍ່ເພີ່ມຂຶ້ນ
(VOVWORLD) -ໃນວັນທີ 30 ກໍລະກົດ, ຂໍ້ມູນຂ່າວສານທາງການຈາກກົມໃຫຍ່ສະຖິຕິໃຫ້ຮູ້ວ່າ ໄລ່ມາຮອດທ້າຍເດືອນ ກໍລະກົດ 2018, ແຂກສາກົນມາທ່ອງທ່ຽວຢູ່ຫວຽດນາມ ບັນລຸໄດ້ກວ່າ 9 ລ້ານເທື່ອຄົນ, ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັບກັນຂອງປີ 2017. ໃນນັ້ນ, ສະເພາະເດືອນ ກໍລະກົດປີ 2018 ບັນລຸໄດ້ 1,18 ລ້ານເທື່ອຄົນ, ເພີ່ມຂຶ້ນ 0,5% ເມື່ອທຽບໃສ່່ກັບເດືອນແລ້ວນີ້.
ແຂກສາກົນມາທ່ອງທ່ຽວຫວຽດນາມ
(ພາບປະກອບ: Duc Hoang)
|
ທ່ານ ຫງວຽນວັນຕ໋ວນ ຫົວໜ້າກົມໃຫຍ່ທ່ອງທ່ຽວ ເນັ້ນໜັກວ່າ ໃນຊຸມເດືອນທ້າຍປີ ຂະແໜງທ່ອງທ່ຽວຄວນສຸມໃສ່ປະຕິບັດໜ້າທີ່ຈຸດສຸມ ນັ້ນແມ່ນຮັກສາທ່າເຕີບໂຕທາງດ້ານຈໍານວນແຂກທ່ອງທ່ຽວ, ຍອດລາຍຮັບຈາກແຂກທ່ອງທ່ຽວ. ຂະແໜງທ່ອງທ່ຽວຫວຽດນາມຕັດສິນໃຈ ຈະປະຕິບັດສໍາເລັດເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນ 16 ລ້ານເທື່ອຄົນ, ແຂກທ່ອງທ່ຽວພາຍໃນປະເທດ 80 ລ້ານເທື່ອຄົນ, ຍົກສູງຖານະບົດບາດຂອງຂະແໜງ ທ່ອງທ່ຽວຫວຽດນາມໃນພາກພື້ນ ແລະ ສາກົນ.