ຈຳນວນຜົນງານການຄົ້ນຄ້ວາ ວິທະຍາສາດຂອງຫວຽດນາມ ເພີ່ມຂຶ້ນທັງປະລິມານ ແລະ ຄຸນນະພາບ
(VOVWORLD) -ໃນບົດລາຍງານຂອງສະຖາບັນມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ຍົກອອກໃຫ້ເຫັນຢ່າງຈະແຈ້ງວ່າ, ໃນປີ 2020, ທາງສະຖາບັນດັ່ງກ່າວ ໄດ້ມານະພະຍາຍາມ, ສູ້ຊົນ ແລະ ປະຕິບັດໜ້າທີ່ຄົ້ນຄ້ວາວິທະຍາສາດ, ຜັນຂະຫຍາຍເຕັກໂນໂລຢີ ສຳເລັດເປັນຢ່າງດີ.
ພິທີສະຫຼຸບວຽກງານປີ 2020 ແລະ ທິດທາງແຜນການປີ 2021 (ພາບ: nhandan.com.vn) |
ປີ 2020, ຫວຽດນາມ ມີຜົນງານການຄົ້ນຄ້ວາ ວິທະຍາສາດກ່ວາ 1600 ກິດຈະກຳຂອງນັກວິທະຍາສາດຢູ່ສະຖາບັນມະຫາບັນດິດ ວິທະຍາສາດ ເຕັກໂນໂລຢີ ຫວຽດນາມ ໄດ້ເອົາລົງໃນວາລະສານສາກົນທີ່ມີຊື່ສຽງ, ເພີ່ມຂຶ້ນເກືອບ 37% ເມື່ອທຽບໃສ່ປີ 2019. ບໍ່ພຽງແຕ່ໄດ້ເພີ່ມຂຶ້ນທັງປະລິມານເທົ່ານັ້ນ, ແຕ່ດ້ານຄຸນນະພາບຂອງຜົນງານທີ່ໄດ້ປະກາດກໍ່ໄດ້ຍົກສູງຂຶ້ນ. ນີ້ແມ່ນແຫຼ່ງຂ່າວທີ່ໄດ້ຍົກອອກມາ ຢູ່ພິທີສະຫຼຸບວຽກງານປີ 2020 ແລະ ທິດທາງແຜນການປີ 2021 ຂອງສະຖາບັນມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ, ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 25 ທັນວາ ຢູ່ຮ່າໂນ້ຍ.
ໃນບົດລາຍງານຂອງສະຖາບັນມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ຍົກອອກໃຫ້ເຫັນຢ່າງຈະແຈ້ງວ່າ, ໃນປີ 2020, ທາງສະຖາບັນດັ່ງກ່າວ ໄດ້ມານະພະຍາຍາມ, ສູ້ຊົນ ແລະ ປະຕິບັດໜ້າທີ່ຄົ້ນຄ້ວາວິທະຍາສາດ, ຜັນຂະຫຍາຍເຕັກໂນໂລຢີ ສຳເລັດເປັນຢ່າງດີ. ໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ທ່າອ່ຽງພັດທະນາວິທະຍາສາດເຕັກໂນໂລຢີ ຢູ່ໃນໂລກ, ໂດຍແມ່ນສະຖາບັນຄົ້ນຄ້ວາແຖວໜ້າຂອງ ປະເທດຊາດ ແລະ ພາກພື້ນ ສະຖາບັນມະຫາບັນດິດ ວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມໄດ້ສູ້ຊົນຮອດປີ 2025 ໃຫ້ມີບາດກ້າວພັດທະນາສຳຄັນ, ມີບາດກ້າວບຸກທະລຸກ່ຽວກັບຄຸນນະພາບໃນການຄົ້ນຄ້ວາ, ຜັນຂະຫຍາຍ, ໝູນໃຊ້, ຖ່າຍທອດວິທະຍາສາດເຕັກໂນໂລຢີ, ກໍ່ສ້າງຖັນແຖວພະນັກງານວິທະຍາສາດໃຫ້ມີລະດັບຄວາມຮູ້ສູງ, ນຳຫວຽດນາມກາຍເປັນສູນວິທະຍາສາດເຕັກໂນໂລຢີທີ່ນອດໃນກຸ່ມນຳໜ້າບັນດາປະເທດໃນພາກພື້ນ.