ຈໍແດນ, ອາເມລິກາ ແລະ ລັດເຊຍ ຍີ່ປຸ່ນຄວນສືບຕໍ່ຮັກສາຄຳສັ່ງຢຸດຍິງຢູ່ພາກໃຕ້ຂອງປະເທດຊີຣີ

(VOVWORLD) -ວັນທີ 28 ພຶດສະພາ, ເຈົ້າໜ້າທີ່ຂັ້ນສູງຜູ້ໜຶ່ງຂອງ ຈໍແດນ ທີ່ບໍ່ໄດ້ເຜີຍຊື່ ໃຫ້ຮູ້ວ່າ ປະເທດນີ້ ພ້ອມກັບລັດເຊຍ ແລະ ອາເມລິກາ ເຫັນດີເປັນເອກະພາບກ່ຽວກັບຄວາມສຳຄັນຂອງການຮັກສາເຂດ “ຫຼຸດຜ່ອນຄວາມເຄັ່ງຕຶງ” ຢູ່ພາກໃຕ້ຂອງຊີຣີ.

ເຈົ້າໜ້າທີ່ດັ່ງກ່າວ ໄດ້ຊີ້ແຈ້ງວ່າ ໃນການເຈລະຈາກ່ຽວກັບບັນດາການຜັນແປໃໝ່ຢູ່ເຂດພາກໃຕ້ຂອງຊີຣີ, ສາມປະເທດໄດ້ “ແບ່ງປັນທັດສະນະ” ກ່ຽວກັບການຮັກສາຂໍ້ຕົກລົງກ່ຽວກັບເຂດຫຼຸດຜ່ອນຄວາມເຄັ່ງຕຶງ, ເພາະວ່ານີ້ ແມ່ນບາດກ້າວເດີນທີ່ສຳຄັນ ເພື່ອ “ຊຸກຍູ້ບັນດາຄວາມມານະພະຍາຍາມ ແນໃສ່ບັນລຸໄດ້ມາດຕະການທາງການເມືອງ” ຢູ່ຊີຣີ. ຈໍແດນ, ອາເມລິກາ ແລະ ລັດເຊຍ ແມ່ນບັນດາຝ່າຍທີ່ໄດ້ລົງນາມໃນຂໍ້ຕົກລົງສ້າງຕັ້ງເຂດຫຼຸດຜ່ອນຄວາມເຄັ່ງຕຶງຢູ່ພາກໃຕ້ຊີຣີ ເມື່ອປີແລ້ວນີ້.

        ໃນການຜັນແປທີ່ມີສ່ວນກ່ຽວຂ້ອງນັ້ນ, ວັນດຽວກັນ ທ່ານລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ Sergey Lavrov ຖືວ່າ ກອງທັບຊີຣີ ແມ່ນກຳລັງໜຶ່ງດ່ຽວ ທີ່ຄວນມີໜ້າຢູ່ເຂດຊາຍແດນທາງພາກໃຕ້ຂອງປະເທດນີ້, ຕິດກັບຈໍແດນ ແລະ ອິດສະຣາແອນ.

       

ຕອບກັບ

ຂ່າວ/ບົດ​ອື່ນ