ກອງປະຊຸມສຳມະນາ ACWC ຢູ່ຫວຽດນາມ ແລະ ພາກເໜືອ
(ພາບ: Minh Quyết/TTXVN)
(vovworld) – ວັນທີ 17/6, ຢູ່ແຂວງກວາງນິງ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ສົມທົບກັບອົງການແມ່ຍິງສະຫະປະຊາຊາດ (UN Women) ຈັດຕັ້ງກອງປະຊຸມສຳມະນາ “ທາບທາມກ່ຽວກັບການຍົກສູງຄວາມສາມາດໃຫ້ເຄືອຂ່າຍຂອງຄະນະກຳມະການຊຸກຍູ້ແລະປົກປ້ອງສິດຂອງແມ່ຍິງ ແລະ ເດັກນ້ອຍອາຊຽນ (ACWC) ຢູ່ຫວຽດນາມ ແລະ ພາກເໜືອ“. ກອງປະຊຸມສຳມະນາ ໄດ້ແບ່ງປັນຂໍ້ມູນຂ່າວກ່ຽວກັບແຜນການຂອງ ACWC, ບັນຫາສິດທິມະນຸດໃນອາຊຽນ; ແບ່ງປັນບົດຮຽນທີ່ດີກ່ຽວກັບຄວາມສະເໝີພາບໃນການສຶກສາ ແລະ ສາທາລະນະສຸກ, ການປ້ອງກັນ ແລະ ຕ້ານການໃຊ້ຄວາມຮຸນແຮງສຳລັບແມ່ຍິງ ແລະ ເດັກນ້ອຍ, ຕ້ານການຄ້າມະນຸດ. ປະກອບຄວາມເຫັນໃຫ້ຮ່າງຖະແຫຼງການອາຊຽນ ກ່ຽວກັບການປ້ອງກັນ ແລະ ຕ້ານການໃຊ້ຄວາມຮຸນແຮງສຳລັບແມ່ຍິງ ແລະ ເດັກນ້ອຍ. ບັນດາຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ປຶກສາຫາລື, ລາຍງານຂໍ້ມູນຂ່າວລ້າສຸດ ເພື່ອແນໃສ່ເພີ່ມທະວີຄວາມສາມາດ, ຄວາມຮູ້ ແລະ ບັນດາສິດຂອງແມ່ຍິງ, ເດັກນ້ອຍໃນອາຊຽນ ກໍ່ຄືຢູ່ໃນໂລກ, ປະກອບຄວາມເຫັນກ່ຽວກັບການສ້າງ ແລະ ປັບປຸງມາດຕາທາບທາມ ແລະ ປຽບທຽບຂອງເຄືອຂ່າຍເຄື່ອນໄຫວຢູ່ຫວຽດນາມ ຂອງ ຄະນະກຳມະການອາຊຽນ ກ່ຽວກັບການຊຸກຍູ້ ແລະ ປົກປ້ອງສິດຂອງແມ່ຍິງ ແລະ ເດັກນ້ອຍ.