(VOVWORLD) - ວັນທີ 8 ຕຸລາ, ຢູ່ຮ່າໂນ້ຍໄດ້ດຳເນີນກອງປະຊຸມວິທະຍາສາດ ແລະ ເຕັກໂນໂລຢີ ນິວເຄຼຍພະນັກງານໜຸ່ມຂະແໜງພະລັງງານ ປະລະມານູ.
ກອງປະຊຸມວິທະຍາສາດ ແລະ ເຕັກໂນໂລຢີ ນິວເຄຼຍພະນັກງານໜຸ່ມຂະແໜງພະລັງງານ ປະລະມານູ (ພາບ: qdnd.vn) |
ກອງປະຊຸມແມ່ນເຫດການສຳຄັນໃນເຫດການຄົ້ນຄ້ວາ, ຜັນຂະຫຍາຍ ແລະ ນຳໃຊ້ຂອງຂະແໜງພະລັງງານປະລະມານູ ຫວຽດນາມ, ພ້ອມທັງແມ່ນບ່ອນແລກປ່ຽນຂໍ້ລິເລີ່ມ, ບົດຮຽນ, ປະສົບການກໍ່ຄືການຮ່ວມມືຄົ້ນຄ້ວາລະຫວ່າງບັນດາພະນັກງານໜຸ່ມຂຶ້ນກັບບັນດາໜ່ວຍງານພາຍໃນ ແລະ ນອກສະຖາບັນພະລັງງານ ປະລະມານູ ຫວຽດນາມ, ເພື່ອແນໃສ່ກຳນົດທິດທາງ, ເປົ້າໝາຍ ແລະ ບັນດາໜ້າທີ່ຄົ້ນຄ້ວາທີ່ຈຳເປັນ, ປະກອບສ່ວນສ້າງຖັນແຖວນັກຄົ້ນຄ້ວາໜຸ່ມໃນຂະແໜງພະລັງງານນິວເຄຼຍໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ.
ກອງປະຊຸມຍັງປຶກສາຫາລືບັນດາບັນຫາຄື: ສືບຫາຕົ້ນກຳເນີດ ແລະ ແງ່ຫວັງເພື່ອນຳໃຊ້ເຕັກໂນໂລຢີນິວເຄຼຍ, ເຄື່ອງມືໜູນຊ່ວຍການຂຸດຄົ້ນຂໍ້ມູນຊັບສິນທາງປັນຍາຮັບໃຊ້ໃຫ້ແກ່ການເຄື່ອນໄຫວຄົ້ນຄ້ວາ, ສ້າງຕັ້ງ, ປົກປ້ອງ ແລະ ພັດທະນາຊັບສິນທາງປັນຍາ, ບົດບາດຂອງການພັດທະນາວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຢີໃນການເຊື່ອມໂຍງເຂົ້າກັບສາກົນ, ແບ່ງປັນບົດຮຽນ, ປະສົບານ ລົງເລິກວິຊາສະເພາະໃນຂົງເຂດພະລັງງານປະລະມານູ, ປະກອບສ່ວນເຂົ້າໃນການຄົ້ນຄ້ວາວິທະຍາສາດ, ພັດທະນາການນຳໃຊ້ພະລັງງານນປະລະມານູເພື່ອເປົ້າໝາຍສັນຕິພາບ.