ຊຸກຍູ້ການພົບປະແລກປ່ຽນຂັ້ນປະຊາຊົນ ລະຫວ່າງ ຫວຽດນາມ - ອາເມລິກາ

(VOVWORLD) -  ສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ ຈະຊ່ວຍໃຫ້ຄະນະ VFW ບັນລຸໄດ້ໝາກຜົນທີ່ດີທີ່ສຸດໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້.
ຊຸກຍູ້ການພົບປະແລກປ່ຽນຂັ້ນປະຊາຊົນ ລະຫວ່າງ ຫວຽດນາມ - ອາເມລິກາ - ảnh 1, ທ່ານ ຫງວຽນເຕີມຈ໊ຽນ, ປະທານສະມາຄົມ ຫວຽດນາມ - ອາເມລິກາ ແລະ ສະມສຊິກ VFM (ພາບ: dangcongsan.vn)

 ຕອນບ່າຍວັນທີ 18 ມີນາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນເຕີມຈ໊ຽນ, ປະທານສະມາຄົມ ຫວຽດນາມ - ອາເມລິກາ, ສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂອງອົງການ “ນັກຮົບເກົ່າຂອງບັນດາສົງຄາມຢູ່ຕ່າງປະເທດ” (Veterans of Foreign Wars - VFW) ຂອງ ອາເມລິກາ ໂດຍທ່ານ HalRoesch, ຮອງຜູ້ບັນຊາການສູງສຸດຜູ້ທີ 2 ຂອງ VFW ເປັນຫົວໜ້າຄະນະເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ ໃນລະຫວ່າງ ວັນທີ 15 – 22 ມີນາ. ນະທີ່ນີ້, ທ່ານ Hal Roesch ໃຫ້ຮູ້ວ່າ: ການຢ້ຽມຢາມ ຫວຽດນາມ ຂອງຄະນະຜູ້ແທນ VFW ຄັ້ງນີ້ແມ່ນເພື່ອແນໃສ່ຊອກຮູ້ສະພາບການຂອງ ຫວຽດນາມ, ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ, ໝາກຜົນຂອງການຮ່ວມມືລະຫວ່າງສອງປະເທດໃນການແກ້ໄຂບັນຫານາຍທະຫານ ອາເມລິກາ ທີ່ຖືກຫາຍສາບສູນໃນສົງຄາມ ຫວຽດນາມ (MIA), ລົງຢ້ຽມຢາມພື້ນທີ່ຕົວຈິງການຄົ້ນຫາອັດຖິກະດູກຂອງນາຍທະຫານ ອາເມລິກາ ທີ່ຖືກຫາຍຊາບສູນຢູ່ ເຄີມດື໊ກ (ກວາງນາມ).

ທ່ານ ຫງວຽນເຕີມຈ໊ຽນ ຢັ້ງຢືນວ່າ ສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ, ສະມາຄົມ ຫວຽດນາມ - ອາເມລິກາ ຈະສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະໜູນຊ່ວຍຄະນະໃນການຊອກຮູ້ກ່ຽວກັບໝາກຜົນການຮ່ວມມືລະຫວ່າງ ຫວຽດນາມ - ອາເມລິກາ ໃນການແກ້ໄຂບັນຫາ MIA ຢູ່ ຫວຽດນາມ, ພ້ອມກັນນັ້ນສະມາຄົມ ຫວຽດນາມ - ອາເມລິກາ ຈະສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ເພື່ອຈັດລາຍການຢ້ຽມຢາມ ແລະ ເຮັດວຽກ ຢູ່ບັນດາທ້ອງຖິ່ນ, ຊ່ວຍໃຫ້ຄະນະບັນລຸໄດ້ໝາກຜົນທີ່ດີທີ່ສຸດໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ