ຊຸກຍູ້ການພົວພັນ 2 ຝ່າຍ ຫວຽດນາມ - ອິນໂດເນເຊຍ

ຊຸກຍູ້ການພົວພັນ 2 ຝ່າຍ ຫວຽດນາມ - ອິນໂດເນເຊຍ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ອິນ​ໂດ​ເນ​ເຊຍ ປະຈຳ ຫວຽດນາມ Mayerfas ຕ້ອນຮັບແຂກຖືກເຊີນ

(vovworld) – ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອສະ​​ເຫຼີມສະຫຼອງ 68 ປີ​ແຫ່ງ​ວັນປະກາດເອກະລາດ ສ ອິນ​​ໂດ​ເນ​ເຊຍ (17/08/1945 – 17/08/2013), ຕອນ​ເຊົ້າ​ວັນ​ທີ 20/8, ສະຖານທູດ ອິນ​ໂດ​ເນ​ເຊຍ ປະຈຳ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ງານ​ລ້ຽງຮັບ​ຕ້ອນ​ແຂກ ຫວຽດນາມ ​ແລະ ສາກົນ. ນະ​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ອິນ​ໂດ​ເນ​ເຊຍ ປະຈຳ ຫວຽດນາມ Mayerfas ​ໄດ້​ທົບ​ທວນຄືນ​ສະພາບ​ກາ​ນພົວພັນ​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ - ການ​ຄ້າ ລະ​ຫວ່າງ 2 ປະ​ເທດ. ທ່ານ​ເອກ​ອັກຄະ​ລັດຖະທູດ Mayerfas ຢືນຢັນ​ວ່າ: ການ​ພົວພັນ​ລະຫວ່າງ ອິນ​ໂດ​ເນ​ເຊຍ - ຫວຽດນາມ ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ພິ​ເສດ​ແມ່ນ​ນັບ​​ແຕ່​ພາຍຫຼັງການ​ຢ້ຽມຢາມ​ທາງ​ລັດຖະກິດ​ອີນໂດເນເຊຍ ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ໃນ​ເດືອນ 6 ຜ່ານ​ມາ. 2 ປະ​ເທດ​ໄດ້​ຍົກ​ການ​ພົວພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ນ​ມິນ ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ຖື​ວ່າ: ນີ້​ບໍ່​ພຽງ​ແຕ່​ແມ່ນ​ບາດກ້າວ​​ໃຫມ່​ພາຍຫຼັງ 10 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການໂຮມຍອດຍິ່ງ​ຂອງ​ມູນ​ເຊື້ອ​ການ​ພົວພັນ​ມິດຕະພາບ ​ແລະ ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ​ໃນ​ເກືອບ 6 ທົດ​ສະ​ວັດ​ຜ່ານ​ມາ, ສ້າງ​ກຳລັງ​ໜູນ​ໃໝ່​ເພື່ອ​ໃຫ້ກາ​ນ​ຮ່ວມ​ມື 2 ຝ່າຍນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ແທດ​ຈິງ​ໃຫ້​ແກ່​ປະຊາຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ