ຊຸກຍູ້ການພົວພັນ2ຝ່າຍລະຫວ່າງຫວຽດນາມ ກັບ ອີຢູ
(vovworld) - ວັນທີ 6/8, ຢູ່ນອກບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ AMM 48 ຊຶ່ງດຳເນີນຢູ່ ມາເລເຊຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ມີບັນດາການພົບປະ 2 ຝ່າຍກັບຜູ້ຕາງໜ້າສະຫະພາບ ເອີລົບ (ອີຢູ) ແລະ ອົດສຕາລີ ເພື່ອແນໃສ່ຊຸກຍູ້ການພົວພັນ 2 ຝ່າຍ.
ທີ່ການພົບປະກັບຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ພົວພັນຕ່າງປະເທດສະຫະພາບ ເອີລົບ (ອີຢູ) ທ່ານນາງ Federica Mogherini, 2 ຝ່າຍເຫັນດີເປັນເອກະສັນສືບຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານ ຫວຽດນາມ - ອີຢູ ນັບທັງຂອບເຂດ 2 ຝ່າຍ ແລະ ຢູ່ບັນດາເວທີປາໄສໃນພາກພື້ນ ແລະ ສາກົນ, ເພື່ອແນໃສ່ນຳການພົວພັນ 2 ຝ່າຍພັດທະນານັບມື້ນັບແທ້ຈິງ ແລະ ມີປະສິດທິຜົນ, ຕອບສະໜອງຜົນປະໂຫຍດຂອງ ຫວຽດນາມ ແລະ ສະຫະພາບ ເອີລົບ ຢ່າງແທດຈິງ. ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍກໍແບ່ງປັນຄວາມວິຕົກກັງວົງກ່ຽວກັບບັນດາການຜັນແປມໍ່ໆມານີ້, ເຫັນດີເປັນເອກະພາບຊຸກຍູ້ບັນດາຝ່າຍກ່ຽວຂ້ອງ ບໍ່ມີບັນດາການກະທຳເຮັດໃຫ້ສະພາບການສັບສົນເພີ່ມຂຶ້ນ, ແກ້ໄຂບັນດາການຂັດແຍ້ງ ດ້ວຍມາດຕະການສັນຕິພາບ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982, ຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ກ້າວໄປເຖິງການສ້າງ COC.
ທີ່ການພົບປະກັບທ່ານນາງລັດຖະມົນຕີວ່າການກະຊວງການຕ່າງປະເທດ ອົດສຕາລີ Julie Bishop, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອົດສຕາລີ ໄດ້ເຫັນດີເປັນເອກະສັນ 2 ຝ່າຍຕ້ອງເພີ່ມທະວີການຮ່ວມມື, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ພ້ອມທັງເສີມຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍປະຈຸບັນມີ ເພື່ອແນໃສ່ນຳການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດນັບມື້ນັບພັກທະນາຢ່າງມີປະສິດທິຜົນ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາງລັດຖະມົນຕີວ່າການກະຊວງການຕ່າງປະເທດ ອົດສຕາລີ Julie Bishop ຢືນຢັນວ່າ: ອົດສຕາລີ ຄັດຄ້ານບັນດາການກະທຳພຽງລຳຟັງຝ່າຍດຽວຢູ່ທະເລຕາເວັນອອກ, ສະໜັບສະໜູນການແກ້ໄຂການຂັດແຍ້ງ ໂດຍສັນຕິວິທີບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ກ້າວໄປເຖິງການສ້າງ COC ໂດຍໄວ.