ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ
ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ,
(ພາບ: vov)
(vovworld)- ໂດຍໄດ້ຮັບຄຳເຊີນຈາກທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸງ, ທ່ານຫຼີເຄີຊຽງ, ນາຍົກລັດຖະມົນຕີຈີນ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 13-15/10/2013. ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດຢູ່ນະຄອນຫຼວງຮ່າໂນ້ຍ ເມື່ອຕອນບ່າຍວັນທີ 13/10, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸງ ໄດ້ມີການພົບປະເຈລະຈາກັບທ່ານຫຼີເຄີຊຽງ, ນາຍົກລັດຖະມົນຕີຈີນ. ນາຍົກລັດຖະມົນຕີສອງທ່ານໄດ້ແລກປ່ຽນຄຳເຫັນຢ່າງເລິກເຊິ່ງກ້ວາງຂວາງກ່ຽວກັບສະພາບການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ບັນລຸຄວາມຮັບຮູ້ລວມຢ່າງກ້ວາງຂວາງກ່ຽວກັບບັນດາມາດຕະການເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ເລິກເຊິ່ງກ່ວາໃນສະພາບການໃໝ່. ນັ້ນຄື: ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ, ຮັກສາການຢ້ຽມຢາມ ແລະ ພົບປະຄັ້ງຕ່າງໆລະຫວ່າງການນຳຂັ້ນສູງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສອງປະເທດເປັນປະຈຳ, ສືບຕໍ່ຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດໃນທຸກຂົງເຂດ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ-ການຄ້າ, ຍົກວົງເງິນການຄ້າຂຶ້ນ 60 ຕື້ USD ໃນປີ 2015.
ກ່ຽວກັບບັນຫາບົນທະເລ, ສອງຝ່າຍເຫັນດີເປັນເອກະສັນປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງພັກ, ສອງລັດ, ປະຕິບັດ “ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳການແກ້ໄຂບັນຫາບົນທະເລຫວຽດນາມ-ຈີນ“ ຢ່າງເຂັ້ມງວດ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸງ ຢືນຢັນວ່າ:
“ສອງຝ່າຍເຫັນດີເປັນເອກະສັນຈະພ້ອມກັນມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບບົນທະເລ, ຄວບຄຸມຄວາມບໍ່ລົງລອຍກັນເປັນຢ່າງດີ, ເດັດດຽວຮັບຮອງເອົາ ແລະ ເຈລະຈາມິດຕະພາບ, ຊອກຫາມາດຕະການພື້ນຖານ ແລະ ຍາວນານ. ດ້ວຍຈິດໃຈດັ່ງກ່າວ, ສອງຝ່າຍເຫັນດີເປັນເອກະສັນ ຈະພ້ອມກັນພະຍາຍາມສ້າງຄວາມຄຶບໜ້າອັນແທດຈິງໃນບັນຫາແບ່ງກຳນົດ ແລະ ຮ່ວມມືພ້ອມກັນພັດທະນາຢູ່ເຂດອ່າວພາກເໜືອ“.
ບົນຈິດໃຈດັ່ງກ່າວ, ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ແລະ ທ່ານນາຍົກລັດຖະມົນຕີຫຼີເຄີຊຽງ ຕົກລົງສ້າງຕັ້ງກຸ່ມປະຕິບັດງານປຶກສາຫາລືກ່ຽວກັບການຮ່ວມມືພ້ອມກັນພັດທະນາບົນທະເລ ໃນຂອບເຂດຄະນະຜູ້ແທນເຈລະຈາຂັ້ນ ລັດຖະບານກ່ຽວກັບເຂດດິນແດນ ຫວຽດນາມ-ຈີນ. ສອງຝ່າຍກໍ່ເຫັນດີເປັນເອກະສັນຄວບຄຸມບັນດາຄວາມບໍ່ລົງລອຍກັນບົນທະເລເປັນຢ່າງດີ, ນຳໃຊ້ໂທລະສັບສາຍດ່ວນຄວບຄຸມການພິພາດກັນບົນທະເລລະຫວ່າງ ກະຊວງການຕ່າງປະເທດສອງປະເທດ ແລະ ໂທລະສັບສາຍດ່ວນກ່ຽວກັບບັນດາເຫດການເກີດຂຶ້ນໂດຍບັງເອີນໃນການເຄື່ອນໄຫວອາຊີບຫາປາບົນທະເລລະຫວ່າງກະຊວງກະສິກຳສອງປະເທດ, ແກ້ໄຂບັນດາບັນຫາເກີດຂຶ້ນຢ່າງທັນການ ແລະ ເໝາະສົມ, ພ້ອມທັງສືບຕໍ່ຕັ້ງໜ້າແລກປ່ຽນ ແລະ ຊອກຫາບັນດາມາດຕະການທີ່ມີປະສິດທິຜົນເພື່ອຄວບຄຸມການພິພາດກັນ, ຮັກສາການພົວພັນ ຫວຽດນາມ-ຈີນ ແລະ ສັນຕິພາບ, ສະຖຽນລະພາບບົນທະເລຕາເວັນອອກ.