ຄະນະຜູ້ແທນຂັ້ນສູງແນວໂຮມປະເທດຊາດ ຫວຽດນາມ ເຮັດວຽກຢູ່ ເຢຍລະມັນ
(ພາບ: Mạnh Hùng/Vietnam+)
|
(vovworld) – ໂດຍສືບຕໍ່ການຢ້ຽມຢາມ, ເຮັດວຽກຢູ່ ເຢຍລະມັນ, ວັນທີ 30/6, ຄະນະຜູ້ແທນຂັ້ນສູງແນວໂຮມປະເທດຊາດ ຫວຽດນາມ ໂດຍ ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ນຳໜ້າ, ມີການປຶກສາຫາລືກັບວົງການສະມາຊິກສະພາແຫ່ງຊາດ, ການນຳສະພາແຫ່ງຊາດ ເຢຍລະມັນ ເພື່ອແນໃສ່ນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດກ້າວເຂົ້າສູ່ລວງເລິກ. ທີ່ການພົບປະ, 2 ຝ່າຍເຊື່ອໝັ້ນວ່າ: ວົງເງິນການຄ້າ 2 ສົ້ນ, ປະຈຸບັນແມ່ນເກືອບ 8 ຕື້ USD ຈະສືບຕໍ່ຍົກສູງຂຶ້ນອີກໃນໄລຍະຈະມາເຖິງ. 2 ຝ່າຍກໍ່ໄດ້ແລກປ່ຽນ, ແບ່ງປັນບັນດາຂໍ້ມູນຂ່າວກ່ຽວກັບສະພາບການສິດທິມະນຸດ, ເສລີພາບທາງສາສະໜາ ແລະ ບັນຫາທະເລຕາເວັນອອກ. ຫວຽດນາມ ແລະ ເຢຍລະມັນ ກໍ່ຢັ້ງຢືນຈະສົມທົບກັນເພື່ອຊຸກຍູ້ ແລະ ເສີມຂະຫຍາຍທີ່ຕັ້ງ, ບົດບາດຂອງ ເຢຍລະມັນ, ປະເທດມີພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ສະຫະພາບ ເອີລົບ (ອີຢູ), ແລະ ຫວຽດນາມ, ປະເທດມີທີ່ຕັ້ງສຳຄັນໃນກຸ່ມ ອາຊຽນ. ສິ່ງດັ່ງກ່າວໄດ້ປະກອບສ່ວນຍູ້ແຮງການເຂົ້າຮ່ວມຂອງ ເຢຍລະມັນເຂົ້າໃນວິວັດທະນາການພັດທະນາຂອງ ອາຊຽນ ເວົ້າສະເພາະ ແລະ ຂອງ ອາຊີ ເວົ້າລວມກໍ່ຄືການເຂົ້າຮ່ວມຂອງ ຫວຽດນາມ ເຂົ້າໃນການພັດທະນາຂອງ ອີຢູ. ຝ່າຍ ເຢຍລະມັນສະແດງຄວາມຫວັງອາດຈະເຊັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໃນປີນີ້, ຜ່ານນັ້ນຊຸກຍູ້ການເຂົ້າຮ່ວມຂອງ ຫວຽດນາມ ເຂົ້າຕະຫຼາດ ອີຢູ ຫຼາຍກ່ວາອີກ.
ຕອນຄ່ຳວັນທີ 30/6, ຄະນະຜູ້ແທນຂັ້ນສູງແນວໂຮມປະເທດຊາດ ຫວຽດນາມ ໄດ້ເດີນທາງອອກຈາກ ແບກແລງ, ສິ້ນສຸດການປະຕິບັດງານເປັນເວລາ 3 ມື້ຢູ່ ເຢຍລະມັນຢ່າງຈົບງາມ.