ຊຸກຍູ້ການພົວພັນລະຫວ່າງຫວຽດນາມ-ນິວຊີແລນ
ການເຈລະຈາລະຫວ່າງການນຳ 2 ທ່ານ
(ພາບ: VGP)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ, ທ່ານນາຍົກລັດຖະມົນຕີນິວຊີແລນ John Key ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14 – 17/11. ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການໃນຕອນເຊົ້າວັນທີ 15/11. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ດຳເນີນການເຈລະຈາກັບທ່ານນາຍົກລັດຖະມົນຕີ John Key.
ທີ່ການເຈລະຈາ, ການນຳ 2 ທ່ານຢືນຢັນວ່າ ຫວຽດນາມ ແລະ ນິວຊີແລນ ໄດ້ກາຍເປັນຄູ່ຮ່ວມມືທີ່ຜູກພັນຢ່າງສະໜິດແໜ້ນຂອງກັນ, ພ້ອມກັນໜູນຊ່ວຍເພື່ອພັດທະນາ, ມຸ່ງໄປເຖິງສັງຄົມມີຄວາມວັດທະນາຖາວອນ, ສະຖຽນລະພາບ, ພ້ອມກັນຕັ້ງໜ້າເຂົ້າຮ່ວມວິວັດທະນາການຮ່ວມສຳພັນໃນພາກພື້ນ ແລະ ສາກົນ. 2 ຝ່າຍໄດ້ເຫັນດີນຳກັນໂດຍຖືວ່າ ນຳການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງແຮງ, ນັບທັງລວງກວ້າງ ແລະ ລວງເລິກ. ນາຍົກລັດຖະມົນຕີ 2 ທ່ານ ໄດ້ແບ່ງປັນຄວາມວິຕົກກັງວົນຕໍ່ການຜັນແປຫວ່າງມໍ່ໆມານີ້ຢູ່ທະເລຕາເວັນອອກ, ເຊິ່ງໄດ້ສົ່ງຜົນສະທ້ອນເຖິງຄວາມໄວ້ເນື້ອເຊື່ອໃຈ ກໍຄືສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ; ພ້ອມທັງຢືນຢັນຄືນໃໝ່ຄວາມສຳຄັນຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ ກໍຄືແກ້ໄຂບັນດາການຂັດແຍ້ງທາງທະເລໂດຍອີງໃສ່ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS). 2 ຝ່າຍໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງເລື່ອງບັນດາຝ່າຍທີ່ກ່ຽວຂ້ອງປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ລະງັບໃຈ ແລະ ບໍ່ຄວນມີການກະທຳທີ່ເຮັດໃຫ້ສະພາບການໃນພາກພື້ນເຄັ່ງຕຶງຂຶ້ນຕື່ມ, ໃນນັ້ນມີເລື່ອງບີບບັງຄັບ ຫຼື ນຳໃຊ້ອາວຸດເພື່ອເຮັດໃຫ້ປ່ຽນແປງສະພາບເດີມພຽງລຳພັງຝ່າຍດຽວ; ເຫັນດີຕ້ອງສ້າງປະມວນຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ໂດຍໄວ. ການນຳ 2 ທ່ານກໍເຫັນດີເພີ່ມທະວີການສົມທົບກັນທີ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.
ສິ້ນສຸດການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫວຽນເຕີ້ນຢຸງ ແລະ ທ່ານນາຍົກລັດຖະມົນຕີ John Key ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານເຊັ່ນ: ສັນຍາຮ່ວມມືດ້ານການບິນພົນລະເຮືອນ, ແຜນການຮ່ວມມືຍຸດທະສາດທາງດ້ານການສຶກສາ, ສັນຍາຮ່ວມມືໃນຂົງເຂດສາທາລະນະສຸກ. ແລະກໍໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ John Key ໄດ້ໄປວາງພວງມາລາ ແລະ ເຂົ້າຂໍ່ານັບສຸສານປະທານໂຮ່ຈິມິນ, ວາງພວງມາລາຢູ່ອະນຸສາວະລີອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.