ຊຸກຍູ້ການພົວພັນຮ່ວມມື ລະຫວ່າງສະພາ ແຫ່ງຊາດ ຫວຽດນາມ - ບູນກາຮີ

ຊຸກຍູ້ການພົວພັນຮ່ວມມື ລະຫວ່າງສະພາ ແຫ່ງຊາດ ຫວຽດນາມ - ບູນກາຮີ - ảnh 1
ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ ເຮັດ​ວຽກ​ຢູ່ ສ. ບູນກາ​ຮີ
(ພາບ: na.gov.vn)

(vovworld) - ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດຍ​ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ Huynh Ngoc Son ນຳ​ໜ້າ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສ. ບູນກາ​ຮີ ​ໃນ​ລະຫວ່າງ​ວັນ​ທີ 26-28/9. ຕອນ​ບ່າຍ​ວັນ​ທີ 27/9, ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ Huynh Ngoc Son ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ບູນກາ​ຮີ Anastas Anastasov. ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ Huynh Ngoc Son  ຢືນຢັນ​ວ່າ, ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊົມ​ເຊີຍ ​ແລະ ສະ​ໜັບສະ​ໜູນ​ບັນດາ​​ແຜນນະ​ໂຍບາຍ, ນະ​ໂຍບາຍ​ໃໝ່​ໃນ​ການ​ພັດທະນາ​ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ, ຫວັງ​ວ່າ​ສອງ​ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ການທ່ອງທ່ຽວ ​ແລະ ບຳລຸງ​ສ້າງ​ພະນັກງານ. ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ Huynh Ngoc Son ກໍ່​ຂອບ​ອົກ​ຂອບ​ໃຈ​ຕໍ່​ຄວາມ​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ​ຂອງ​ລັດຖະບານ ບູນກາ​ຮີ ທີ່​ມີ​ຕໍ່​ຊາວ​ຫວຽດນາມ ​ອາ​ໄຢູ່​ຕ່າງປະ​ເທດ. ສ່ວນ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ບູນກາ​ຮີ​ ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຊຸກຍູ້​ການປະ​ຕິ​ບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ເດືອນ 4/2012 ຢ່າງ​ມີ​ປະສິດທິ​ຜົນ, ທ່ານ​ກໍ່​ໄດ້​ສະ​ເໜີ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ບັນດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ; ພ້ອມ​ທັງ​ສະໜັບສະໜູນ​ເລື່ອງ​ແກ້​ໄຂ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ​ວິທີ, ບົນ​ກົດໝາຍ​ສາກົນ.

ຂ່າວ/ບົດ​ອື່ນ