ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບປະທານພັກກອມມູນິດ ເຊັກໂກ - Morava
|
(vovworld) – ໃນຂອບເຂດການຢ້ຽມຢາມ ສ. ເຊັກໂກ ຢ່າງເປັນທາງການ, ຕອນເຊົ້າວັນທີ 11/4 (ຕາມເວລາທ້ອງຖິ່ນ), ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພ້ອມກັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະກັບປະທານພັກກອມມູນິດ ເຊັກໂກ - Morava, ຮອງປະທານສະພາຕ່ຳ Voj Tech Fillip. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງການສະໜັບສະໜູນຂອງພັກກອມມູນິດ ເຊັກໂກ - Morava ທີ່ມີຕໍ່ແຜນນະໂຍບາຍຂອງລັດຖະສະພາ ແລະ ລັດຖະບານ ເຊັກໂກ ໃນການເພີ່ມທະວີການພົວພັນກັບ ຫວຽດນາມ ແລະ ສະເໜີວ່າດ້ວຍບົດບາດແມ່ນພັກການເມືອງໃຫຍ່ສຸດຂອງ ສ. ເຊັກໂກ, ພັກກອມມູນິດ ເຊັກໂກ - Morava ສືບຕໍ່ສະໜັບສະໜູນການພົວພັນກັບ ຫວຽດນາມ ຢ່າງແຮງ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອຢູ່ພາກພື້ນ ເອີລົບ ຕາເວັນອອກກາງ, ໃນນັ້ນມີ ສ. ເຊັກໂກ, ສະໜັບສະໜູນເພີ່ມທະວີການພົວພັນລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ເຊັກໂກ - Morava ແລະ ຖືວ່ານີ້ແມ່ນຊ່ອງພົວພັນມິດຕະພາບທີ່ເປັນມູນເຊື້ອສຳຄັນ, ແມ່ນຊັບສົມບັດອັນລ້ຳຄ່າຂອງ 2 ປະເທດ.
ສ່ວນທ່ານ Voj Tech Fillip, ປະທານພັກກອມມູນິດ ເຊັກໂກ - Morava ເນັ້ນໜັກວ່າ: ໄລຍະຈະມາເຖິງທ່ານປະທານາທິບໍດີ ເຊັກໂກ ຈະດຳເນີນການຢ້ຽມຢາມທາງລັດຖະກິດເຖິງ ຫວຽດນາມ. ການຢ້ຽມຢາມຄັ້ງນີ້ຈະເປີດບັນດາທິດທາງໃໝ່ໃນການພົວພັນລະຫວ່າງ 2 ປະເທດ. ພ້ອມທັງຢັ້ງຢືນວ່າ: ພັກກອມມູນິດ ເຊັກໂກ - Morava ແມ່ນບັນດາເພື່ອນມິດທີ່ສະໜິດສະໜົມ, ເປັນໜ້າໄວ້ເນື້ອເຊື່ອໃຈທີ່ສຸດຂອງ ຫວຽດນາມ. ສຳລັບ ສ. ເຊັກໂກແລ້ວ, ຍາມໃດກໍ່ເຊື່ອໝັ້ນ ແລະ ປາດຖະໜາໄດ້ຮັບການໜູນຊ່ວຍຈາກ ຫວຽດນາມ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕ້ອນຮັບການນຳຫ້ອງການເສດຖະກິດ ສ. ເຊັກໂກ, ສະມາຄົມ Top ເຊັກໂກ 100 ແລະ ວິສາຫະກິດເບຍເຊັກໂກ.