ຊຸກຍູ້ການພົວພັນຮ່ວມມືຫວຽດນາມ-ອາເມລິກາ

     ຊຸກຍູ້ການພົວພັນຮ່ວມມືຫວຽດນາມ-ອາເມລິກາ  - ảnh 1


(vovworld)- ​ ວັນ​ທີ 18/12, ຢູ່​ຮ່າ​ໂນ້ຍ, ສະ​ຖາບ​ັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິນ​ໄດ້​ດຳ​ເນີນ​ການ​ໂອ້​ລົມ​ສົນ​ທະ​ນາ​ວິ​ທະ​ຍາ​ສາດ​ຫົວ​ເລື່ອງ : “ ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ - ອາ​ເມ​ລິ​ກາ”. ​ການ​ໂອ້​ລົມ​ສົນ​ທະ​ນາໄດ້​ມີ 4 ວາ​ລະ​ປຶກ​ສາ​ຫ​າ​ລືກ່ຽວ​ກັບ​ການ​ພົວ​ພັນ​ຮ່ວມ​ມື​ຫວຽດ​ນາມ-ອາ​ເມ​ລິ​ກາ​ໃນ​ຂົງ​ເຂດ​ຕ່າງໆ​ຄື: ເສດ​ຖະ​ກິດ, ການ​ຄ້າ, ການ​ສຶກ​ສາ, ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ; ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ ແລະ ສິ່ງ​ແວດ​ລ້ອມ; ການ​ຄາດ​ຄະ​ເນ​ກ່ຽວ​ກັບ​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. ບັນ​ດາ​​ສຳ​ມະ​ນາ​ກອນໄດ້​ຢືນ​ຢັນ​ວ່າ 20 ປີ​ນັບ​ຕັ້ງ​ແຕ່​ສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ​ມາ​ຮອດ​ປະ​ຈຸ​ບັນ, ​ການ​ພົວ​ພັນ​ຮ່ວມ​ມື​ຫວຽດ​ນາມ-ອາ​ເມ​ລິ​ກາໄດ້​ຮັບ​ການ​ເປີດ​ກ້​ວາງ ແລະ ເພີ່ມ​ທະ​ວີ​ຢ່າງບໍ່​ຢຸດຢັ້ງ​ໃນ​ທຸກໆ​ຂົງ​ເຂດ, ເຂ​ົ້າ​ສູ່​ລວງ​ເລິກ ແລະ ແທ້​ຈິງກວ່າ​ເ​ກົ່າ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ​ຫວຽດ​ນາມ ຫງວຽນ​ກວນ ຖື​ວ່າ :

    “ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ​່າ ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ພາຍຫຼັງ​ທີ່​ຫວຽດ​ນາມ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ 5 ສະ​ບັບ​ກ່ຽວ​ກັບ​ອາ​ວະ​ກາດ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ມີ​ການ​ພົວ​ພັນ​ຢ່າງ​ແໜ້ນ​ແຟ້ນ​ກັບ ນາ​ຊາ ເພື່ອ​ຊ່ວຍ​ໃຫ້​ຂະ​ແໜງ​ການ​ບິນ ແລະ ອາ​ວະ​ກາດ​ຫວຽດ​ນາມ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ. ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ​ຢາກ​ມີ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ເຕັກ​ໂນໂລ​ຢີວັດ​ສະ​ດຸ, ເຕັກ​ໂນໂລ​ຢີຊີ​ວະ, ເຕັກ​ໂນໂລ​ຢີຂໍ້​ມູນ​ຂ່າວ​ສານ ແລະ ພິ​ເສດ​ແມ່ນ​ໃນ​ຂົງ​ເຂດເຕັກ​ໂນໂລ​ຢີ​ພະ​ລັງ​ງານ ”

ຂ່າວ/ບົດ​ອື່ນ