ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ Huynh Ngoc Son (ເບື້ອງຂວາ)
|
vovworld- ໃນລະຫວ່າງວັນທີ 23 ຫາ 25/9, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມໂດຍທ່ານຮອງ ປະທານສະພາແຫ່ງຊາດຫວຽດນາມ Huynh Ngoc Son ເປັນຫົວໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ຝະລັ່ງແນໃສ່ເພີ່ມທະວີ ແລະ ຊຸກຍູ້ສາຍພົວພັນ ມິດຕະພາບ, ການຮ່ວມມືຮອບດ້ານ, ປະກອບສ່ວນສ້າງສາຍພົວພັນຮ່ວມມືຍາວນານ ແລະ ມີປະສິດທິຜົນລະຫວ່າງ 2 ປະເທດ, ພ້ອມທັງສືບຕໍ່ຊຸກຍູ້ເພີ່ມທະວີຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ, ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ກັບ ລັດຖະສະພາຝະລັ່ງ. ໃນຂອບເຂດການຢ້ຽມຢາມ, ຄະນະໄດ້ມີການເຈລະຈາກັບຮອງປະທານຜູ້ທີ່ 1 ສະພາຕ່ຳຝະລັ່ງ, ເຮັດວຽກກັບລັດຖະມົນຕີກະຊວງປ້ອງກັນປະເທດຝະລັ່ງ, ປະທານກຳມາທິການການຕ່າງປະເທດສະພາຕ່ຳຝະລັ່ງ.........
ທີ່ບັນດາການພົບປະເຮັດວຽກ,ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ Huynh Ngoc Son ໄດ້ເນັ້ນໜັ້ກເຖິງເລື່ອງຫວຽດນາມສືບຕໍ່ຍູ້ແຮງກິດຈະການປ່ຽນແປງໃໝ່ດ້ວຍໝາກຜົນອັນດີງາມ, ເສດຖະກິດພັດທະນາ, ຮັບປະກັນ ສະຖຽນລະພາບທາງດ້ານການເມືອງ ແລະ ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ. ຫວຽດນາມພວມເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ ແລະ ເປີດກ້ວາງອອກສູ່ທຸກໆຂົງເຂດທີ່ແຕກຕ່າງກັນ, ເປັນຕົ້ນແມ່ນໃນຂົງເຂດ ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ.
ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດຝະລັ່ງ Jean Ives Le Drian ສະແດງຄວາມຫວັງຢາກໃຫ້ຫວຽດນາມສະໜັບໜູນຝະລັ່ງເຂົ້າຮ່ວມກົນໄກບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ. ຕາມທ່ານແລ້ວ, ການພົວພັນດ້ານ ການປ້ອງກັນຊາດລະຫວ່າງຝະລັ່ງ-ຫວຽດນາມຍາມໃດກໍດຳເນີນໄປດ້ວຍດີ ແລະ 2 ຝ່າຍຄວນຊອກຫາວິທີການແກ້ໄຂລະອຽດເພື່ອພັດທະນາການພົວພັນລະຫວ່າງ 2 ຝ່າຍໃຫ້ດີຍິ່ງໆຂຶ້ນ.