ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ກັບພາກພື້ນຕາເວັນອອກກາງ - ອາຟລິກາເໜືອ
(ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນເຟືອງງາ)
(vovworld) - ເວທີປາໄສຮ່ວມມືເສດຖະກິດລະຫວ່າງຫວຽດນາມ ກັບບັນດາຄູ່ຮ່ວມມືພາກພື້ນຕາເວັນອອກກາງ - ອາຟລິກາເໜືອ ຈະດຳເນີນໄປໃນວັນທີ 04 – 05 ພະຈິກ ຈະມາເຖິງ ຢູ່ຮ່າໂນ້ຍ. ນີ້ແມ່ນຂໍ້ລິເລີ່ມຂອງຫວຽດນາມ ເພື່ອແນໃສ່ສ້າງບາດກ້າວໃໝ່ແກ່ການຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດພາກພື້ນຕາເວັນອອກກາງ - ອາຟລິກາເໜືອ, ພິເສດແມ່ນໃນຂົງເຂດການຄ້າ ແລະ ການລົງທຶນ.
ເມື່ອຕອບສຳພາດຕໍ່ນັກຂ່າວ ໃນວັນທີ 25 ຕຸລາ, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນເຟືອງງາ ເນັ້ນໜັກວ່າ.
“ເວທີປາໄສແມ່ນໂອກາດທີ່ດີ ເພື່ອໃຫ້ຫວຽດນາມ ແນະນຳກັບບັນດາປະເທດຕາເວັນອອກກາງ - ອາຟລິກາເໜືອ ນະໂຍບາຍພັດທະນາເສດຖະກິດຂອງຫວຽດນາມ ກໍ່ຄືບັນດາໂອກາດລົງທຶນດຳເນີນທຸລະກິດຂອງຫວຽດນາມ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດຕ່າງໆຂອງຫວຽດນາມ ມີໂອກາດຊອກຮູ້, ໄດ້ຮັບຂໍ້ມູນຂ່າວສານຕື່ມອີກກ່ຽວກັບບັນດາກາລະໂອກາດລົງທຶນດຳເນີນທຸລະກິດ ກໍ່ຄືນະໂຍບາຍພັດທະນາເສດຖະກິດຂອງບັນດາຄູ່ຮ່ວມມືຢູ່ພາກພື້ນຕາເວັນອອກກາງ - ອາຟລິກາເໜືອ. ຜ່ານເວທີປາໄສຄັ້ງນີ້, ບັນດາກະຊວງ, ຂະແໜງການ, ວິສາຫະກິດ, ທ້ອງຖິ່ນ, ບັນດານັກວາງນະໂຍບາຍຂອງຫວຽດນາມ ຈະພ້ອມກັບພົບປະ, ແລກປ່ຽນກ່ຽວກັບບົດຮຽນເຊິ່ງກັນ ແລະ ກັນ, ສະເໜີທິດທາງ ແລະ ມາດຕະການລະອຽດແນໃສ່ຍົກສູງໝາກຜົນແຫ່ງການຮ່ວມມືລະຫວ່າງຫວຽດນາມກັບບັນດາປະເທດຕາເວັນອອກກາງ - ອາຟລິກາເໜືອຍິ່ງກວ່າອີກ”.
ຄາດວ່າ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ຈະຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນທີ່ເຂົ້າຮ່ວມເວທີປາໄສ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຈະເຂົ້າຮ່ວມ ແລະ ມີບົດກ່າວປາໄສທີ່ພິທີໄຂເວທີປາໄສຄັ້ງນີ້.