ຊຸກຍູ້ການຮ່ວມມືຜະລິດກະສິກຳທີ່ມີຄຸນນະພາບສູງລະຫວ່າງຫວຽດນາມ-ຍີ່ປຸ່ນ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ
ຕ້ອນຮັບທ່ານ Tsutomu Takebe
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 08/12, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານ Tsutomu Takebe, ທີ່ປຶກສາພິເສດສຳພັນທະມິດມິດຕະພາບ ຍີ່ປຸ່ນ - ຫວຽດນາມ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕີລາຄາສູງນ້ຳໃຈເລິກເຊິ່ງ, ຄວາມສະໜິດຕິດພັນ ແລະ ບັນດາຄວາມມານະພະຍາຍາມໂດຍບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງທ່ານ Tsutomu Takebe ທີ່ສະຫງວນໃຫ້ແກ່ປະເທດຊາດ ແລະ ປະຊາຊົນຫວຽດນາມ ກໍຄືບັນດາການປະກອບສ່ວນສຳຄັນຂອງສຳພັນທະມິດມິດຕະພາບ ຍີ່ປຸ່ນ - ຫວຽດນາມ ໃນການເພີ່ມທະວີການປັບປຸງການພົວພັນລະຫວ່າງ 2 ປະເທດ. ທ່ານຮອງນາຍົກລັດຖະມົນຕີປາດຖະໜາວ່າ, ໃນໄລຍະຈະມາເຖິງ ຫວຽດນາມ ແລະ ຍີ່ປຸ່ນ ຈະຊຸກຍູ້ການຮ່ວມມືດ້ານກະສິກຳ, ປ່າໄມ້, ການປະມົງ, ເພີ່ມທະວີການໜູນຊ່ວຍຊາວກະສິກອນຫວຽດນາມ ຮ່ຳຮຽນ, ແລກປ່ຽນບົດຮຽນໃນການພັດທະນາການຜະລິດກະສິກຳທີ່ມີຄຸນນະພາບສູງຕາມຮູບແບບຂອງຍີ່ປຸ່ນ; ສືບຕໍ່ເພີ່ມທະວີບັນດາໂຄງການຮ່ວມມືສົ່ງນັກຝຶກງານຫວຽດນາມ ໄປຍີ່ປຸ່ນ ເພື່ອຮ່ຳຮຽນ, ຄົ້ນຄວ້າ.
ສ່ວນທ່ານ Tsutomu Takebe ໄດ້ແບ່ງປັນບັນດາຜົນງານໃນການຜັນຂະຫຍາຍໂຄງການມະຫາວິທະຍາໄລຫວຽດນາມ - ຍີ່ປຸ່ນ. ກ່ຽວກັບການຮ່ວມມືດ້ານກະສິກຳ, ໃນໄລຍະຈະມາເຖິງ, ທ່ານ Tsutomu Takebe ເອງ ແລະ ສຳພັນທະມິດມິດຕະພາບ ຍີ່ປຸ່ນ - ຫວຽດນາມ ຈະຕັ້ງໜ້າສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ, ສະມາຄົມຊາວກະສິກອນຫວຽດນາມ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມື, ແບ່ງປັນບົດຮຽນໃນການພັດທະນາການຜະລິດກະສິກຳທີມີຄຸນນະພາບສູງຕາມຮູບແບບຂອງຍີ່ປຸ່ນ.