ຊຸກຍູ້ການຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ຮູງກາຣີ

ຊຸກຍູ້ການຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ຮູງກາຣີ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ
(ພາບປະກອບ)

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ ຮູ​ງກາ​ຣີ Ader Janos, ວັນ​ທີ 15/9, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ພັນ​ລະຍາ ​ໄດ້​ເລີ່​ມຕົ້ນ​ການ​ຢ້ຽມຢາມທາງ​ລັດຖະກິດ ຮູ​ງກາ​ຣີ. ບົນ​ພື້ນຖານ​​ນ້ຳ​ໃຈ​ມິດຕະພາບ ສະໜິດ​ຕິດ​ພັນ​ລະຫວ່າງ 2 ຊາດ​ໃນ​ຕະຫຼອດ​ໄລຍະ​ປະຫວັດສາດ 60 ປີ​ຜ່ານ​ມາ, ການ​ຢ້ຽມຢາມ ຮູ​ງກາຣີ ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເປັນ​ການຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດຍິ່ງ​ກ່ວາ​ອີກ, ພອ້ມທັງ​ເປີດ​ການ​ຮ່ວມ​ມື​ໃນ​ສະພາບ​ການ ຫວຽດນາມ ​ແມ່ນ​ສະມາຊິກ ອາ​ຊຽນ ​ແລະ ຮູ​ງກາ​ຣີ ​ແມ່ນ​ສະມາຊິກ ອີ​ຢູ. ການ​ຢ້ຽມຢາມ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື ອາຊີ - ​ເອີ​ລົບ, ນຳ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຮູ​ງກາ​ຣີ ກ້າວ​ເຂົ້າ​ສູ່​ໄລຍ​ະ​ໃໝ່​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສະຖຽນ​ລະ​ພາບ, ການ​ຮ່ວມ​ມື​ພັດທະນາ​ຂອງ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

 

ຂ່າວ/ບົດ​ອື່ນ