ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ແຂວງ Kanagawa (ຍີ່ປຸ່ນ)

(VOVWORLD) - ໃນຂອບເຂດການປະຕິບັດງານຢູ່ ຍີ່ປຸ່ນ, ຕອນຄ່ຳວັນທີ 15 ກັນຍາ, ທ່ານ ຫງວຽນງອັກທ້ຽນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ມີການເຮັດວຽກກັບທ່ານ Kuroiwa Yuji, ຜູ້ວ່າການລັດ Kanagawa ກ່ຽວກັບງານບຸນ ຫວຽດນາມ ຢູ່ Kanagawa ໃນປີ 2017 ແລະ ໂຄງການຮ່ວມມືລະຫວ່າງ 2 ຝ່າຍ. 
ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ແຂວງ Kanagawa (ຍີ່ປຸ່ນ) - ảnh 1ທ່ານ ຫງວຽນງອັກທ້ຽນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ທ່ານ Kuroiwa Yuji, ຜູ້ວ່າການລັດ Kanagawa ໃນການເຮັດວຽກຢູ່ຮ່າໂນ້ຍ ໃນວັນທີ 12 ກໍລະກົດ

ງານບຸນ ຫວຽດນາມ (ໄດ້ຈັດຕັ້ງໃນລະຫວ່າງວັນທີ 15 -17 ກັນຍາ) ແມ່ນໜຶ່ງໃນບັນດາເຫດການວັດທະນະທຳໃຫຍ່ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວເອົາໃຈໃສ່ເປັນພິເສດ, ແມ່ນໂອກາດເພື່ອໂຄສະນາວັດທະນະທຳ ຫວຽດນາມ ແລະ ດຶງດູດແຂກທ່ອງທ່ຽວ ຍີ່ປຸ່ນ ມາ ຫວຽດນາມ. ສ່ວນທ່ານ Kuroiwa Yuji, ຜູ້ວ່າການລັດ Kanagawa ໃຫ້ຮູ້ວ່າ: ງານບຸນ ຫວຽດນາມ ຢູ່ Kanagawa ປີນີ້ໄດ້ຮັບການຈັດຕັ້ງດ້ວຍຂອບຂະໜາດໃຫຍ່ທົບ 1,5 ເທົ່າ ເມື່ອທຽບໃສ່ປີ 2016. ຜ່ານງານບຸນ, ທາງແຂວງປາດຖະໜາຢາກເພີ່ມທະວີການພົວພັນແລກປ່ຽນວັດທະນະທຳກັບ ຫວຽດນາມ. ນອກຈາກນັ້ນ, ງານຕະຫຼາດນັດການທ່ອງທ່ຽວ ຫວຽດນາມ ກໍ່ຈະໄດ້ຈັດຕັ້ງໃນຂອບເຂດຂອງງານບຸນ. ນີ້ແມ່ນໂອກາດທີ່ດີ ເພື່ອໂຄສະນາການທ່ອງທ່ຽວ ຫວຽດນາມ ເຖິງປະຊາຊົນ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ