ຊຸກຍູ້ການຮ່ວມມືເພື່ອປົກປັກຮັກສາແມ່ນ້ຳຂອງ

(VOVWORLD) -ຕອນບ່າຍວັນທີ 28 ມິຖຸນາ ຢູ່ຮ່າໂນ້ຍ, ສູນຄົ້ນຄວ້າ ສະຕິມຊອນ, ອົງການອະນຸລັກທຳມະຊາດສາກົນ ໄດ້ສົມທົບກັບສະຖານທູດອາເມລິກາ ຈັດຕັ້ງການໂອ້ລົມສົນທະນາ “ຊຸກຍູ້ການຮ່ວມມືເພື່ອປົກປັກຮັກສາແມ່ນ້ຳຂອງ” ແນໃສ່ຍົກອອກບັນດາວິທີການສຳຜັດກັບແຜນການກຳນົດພະລັງງານບັນດາປະເທດອ່າງແມ່ນ້ຳຂອງຢ່າງສະຫຼາດກວ່າ ແລະສົມທົບພະລັງງານຜະລິດຄືນໃໝ່ໃຫ້ກວ້າງຂວາງໄປທົ່ວພາກພື້ນແມ່ນ້ຳຂອງ
ຊຸກຍູ້ການຮ່ວມມືເພື່ອປົກປັກຮັກສາແມ່ນ້ຳຂອງ - ảnh 1ພາບປະກອບ 

ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ຍົກອອກບັນດາວິວັດທະນາການເຊື່ອມຕໍ່ກັບເຂດອ່າງແມ່ນ້ຳຂອງ, ການຮ່ວມມືລະຫວ່າງສະຖາບັນການຕ່າງປະເທດຫວຽດນາມ, ອົງການອະນຸລັກທຳມະຊາດສາກົນ ແລະສູນຄົ້ນຄວ້າ ສະຕິມຊອນ. ລາຍລະອຽດ, ໂຄງການຈະສະໜອງຂໍ້ມູນຂ່າວສານໃຫ້ບັນດາອົງການຄຸ້ມຄອງລັດຂອງຫວຽດນາມ ແລະບັນດາຝ່າຍທີ່ກ່ຽວຂ້ອງ ກ່ຽວກັບກາລະໂອກາດ, ເຄື່ອງມືທີ່ສາມາດນຳໃຊ້ເຂົ້າໃນແຜນການ ເພື່ອຫັນການນຳໃຊ້ ນ້ຳ-ພະລັງງານ ໃຫ້ໄດ້ຫຼາຍທີ່ສຸດ, ຫຼຸດຜ່ອນບັນດາຜົນກະທົບຫຍໍ້ທໍ້; ສ້າງຂອບເຂດການເຈລະນາ, ສ້າງກຸ່ມປະຕິບັດງານ ລະຫວ່າງກະຊວງ ລວມມີຜູ້ປະຕິບັດແຜນການຍຸດທະສາດ ນ້ຳ-ພະລັງງານ, ການຮ່ວມມືກັບລາວ ແລະກຳປູເຈຍ ຢູ່ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອແນໃສ່ສ້າງ, ປະຕິບັດຍຸດທະສາດການຮ່ວມມື ນ້ຳ-ພະລັງງານ ຂ້າມຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ