ຊຸກຍູ້ການຮ່ວມມືໃນສາມຫຼ່ຽມເຕີບໂຕ ອິນໂດເນເຊຍ - ມາເລເຊຍ - ໄທ

(VOVWORLD) - ທີ່ກອງປະຊຸມຂັ້ນລັດຖະມົນຕີຂອງສາມຫຼ່ຽມ ເຕີບໂຕ ອິນໂດເນເຊຍ - ມາເລເຊຍ - ໄທ (IMT – GT) ໄດ້ດຳເນີນໃນວັນທີ 29 ກັນຍາ ຢູ່ອິນໂດເນເຊຍ, ຕາງໜ້າຂອງ 3 ປະເທດ ໄດ້ເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືໃນ 4 ຂົງເຂດເຊິ່ງລວມມີ: ການທ່ອງທ່ຽວ, ການຂົນສົ່ງ, ບຸກຄະລາກອນ ແລະ ບັນດາໂຄງການພື້ນຖານໂຄງລ່າງ.


ທ່ານລັດຖະມົນຕີເສດຖະກິດຂອງປະເທດເຈົ້າພາບ Darmin Nasution ເນັ້ນໜັກເຖິງເລື່ອງ: ເພີ່ມທະວີການຮ່ວມມືລົງທຶນໃນບັນດາຂົງເຂດ IMT – GT. ຈາກນັ້ນ, 3 ປະເທດ ອິນໂດເນເຊຍ - ມາເລເຊຍ - ໄທ ຈະຮັບຮອງເອົາຂອບເຂດຍຸດທະສາດການທ່ອງທ່ຽວເພື່ອຊຸກຍູ້ການທ່ອງທ່ຽວຂ້າມຊາຍແດນ, ມຸ່ງໄປເຖິງຄາດໝາຍຫັນ  IMT – GT ກາຍເປັນເຂດດ້ວຍບັນດາຈຸດນັດພົບການທ່ອງທ່ຽວແບບຍືນຍົງ ແລະ ມີລັກສະນະແກ່ງແຍ້ງສູງ. ໃນຂົງເຂດຄົມມະນາຄົມ, 3 ປະເທດຈະຮ່ວມມືໃນການປັບປຸງລະບົບດ່ານຊາຍແດນການຄ້າ ແລະ ພື້ນຖານໂຄງລ່າງຜ່ານຊາຍແດນ, ສ້າງເງື່ອນໄຂໃຫ້ແກ່ການແລກປ່ຽນຄ້າຂາຍ, ການສົ່ງອອກສິນຄ້າ. ໃນຂອບເຂດລາຍການຮ່ວມມືກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ, ຮູບແບບຮ່ວມສຳພັນບັນດາໂຮງຮຽນໄດ້ຮັບການກໍ່ສ້າງຢູ່ເຂດ IMT – GT.


ຕອບກັບ

ຂ່າວ/ບົດ​ອື່ນ