ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງ ອາຊຽນ ໃນ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ​ໄລ​ຍະຫຼັງ ໂຄວິດ - 19

(VOVWORLD) -ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ Satvinder Singh ຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບປະຊາຄົມເສດຖະກິດ (AEC) ໄດ້ເນັ້ນໜັກວ່າ ລະບົບມູນຄ່າທົ່ວໂລກພວມປ່ຽນແປງຕາມທິດທາງ ທີ່ມີລັກສະນະພາກພື້ນ ແລະ ເປັນຫຼາຍຮູບແບບກ່ວາ.
ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງ ອາຊຽນ ໃນ​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ​ໄລ​ຍະຫຼັງ ໂຄວິດ - 19 - ảnh 1ພາບປະກອບ:  twitter

ວັນທີ 5 ພຶດສະພາ, ຄະນະເລຂາອາຊຽນ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ຫັນສິ່ງທ້າທາຍກາຍເປັນກາລະໂອກາດ” ໂດຍມີການເຂົ້າຮ່ວມຂອງ ອາຊຽນ ໃນລະບົມມູນຄ່າທົ່ວໂລກ ໃນໄລຍະຫຼັງໂຄວິດ - 19. ເຫດການດັ່ງກ່າວດຶງດູດໄດ້ການເຂົ້າຮ່ວມຂອງ ຜູ້ຕາງໜ້າ 21 ອົງການອາຊຽນ ແຫ່ງ ຈາກບັນດາເສົາຄ້ຳເສດຖະກິດ ແລະ ວັດທະນະທຳ - ສັງຄົມ.

        ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ Satvinder Singh ຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບປະຊາຄົມເສດຖະກິດ (AEC) ໄດ້ເນັ້ນໜັກວ່າ ລະບົບມູນຄ່າທົ່ວໂລກພວມປ່ຽນແປງຕາມທິດທາງ ທີ່ມີລັກສະນະພາກພື້ນ ແລະ ເປັນຫຼາຍຮູບແບບກ່ວາ. ເລື່ອງເພີ່ມທະວີການເຂົ້າຮ່ວມ ເຂົ້າລະບົບມູນຄ່າ ຈະຊ່ວຍໃຫ້ບັນດາພື້ນຖານເສດຖະກິດ ອາຊຽນ ມີການຟື້ນຟູແບບຍືນຍົງ ແລະ ອາຊຽນມີໂອກາດທີ່ດີ ເພື່ອບັນລຸໄດ້ບັນດາຜົນປະໂຫຍດຈາກທ່າອ່ຽງທີ່ຫາກໍ່ພົ້ນເດັ່ນຂຶ້ນນີ້.

        ສ່ວນທ່ານ Jon Lambe ເອກອັກຄະລັດຖະທູດ ອັງກິດ ປະຈຳ ອາຊຽນ ຊີ້ແຈ້ງວ່າ ບັນດາຂົງເຂດຈຸດສຸມຂອງ AEC ໃນປີນີ້ ຄື ການຟື້ນຟູ, ຫັນເປັນດີຈີຕອນ ແລະ ຍືນຍົງ ແມ່ນບັນດາບຸລິມະສິດ ທີ່ໄດ້ຮັບການແບ່ງປັນຈາກ ປະເທດນີ້. ພ້ອມກັບ ອາຊຽນ, ອັງກິດ ບໍ່ພຽງແຕ່ຈະຜ່ານຜ່າໂລກລະບາດໂຄວິດ - 19 ເທົ່ານັ້ນ ຫາກຍັງຈະຊຸກຍູ້ການຟື້ນຟູຢ່າງຮອບດ້ານ ແລະ ຍືນຍົງໂດຍໄວອີກດ້ວຍ.  

ຕອບກັບ

ຂ່າວ/ບົດ​ອື່ນ