ຊຸກຍູ້ກາລະໂອກາດຮ່ວມມືລະຫວ່າງນະຄອນໂຮ່ຈິມິນກັບລັດພາກໃຕ້ອົດສະຕາລີ

ຊຸກຍູ້ກາລະໂອກາດຮ່ວມມືລະຫວ່າງນະຄອນໂຮ່ຈິມິນກັບລັດພາກໃຕ້ອົດສະຕາລີ - ảnh 1
ທ່ານ ຫງວຽນ​ແທ່ງ​ຟອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ
​ຕ້ອນ​ຮັບ​ຄະ​ນະ​ປະ​ຕ​ິ​ບັດ​ງານ​ລັດ​ພາ​ກ​ໃຕ້​ອົດ​ສະ​ຕາ​ລີ
(ພາບ: TTXVN)

(vovworld) - ຕອ​ນ​ບ່າຍ​ວັນ​ທີ 02/06, ທ່ານ ຫງວຽນ​ແທ່ງ​ຟອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ປະ​ຕ​ິ​ບັດ​ງານ​ລັດ​ພາ​ກ​ໃຕ້​ອົດ​ສະ​ຕາ​ລີ ໂດຍ​ທ່ານ ເລ​ວັນ​ຮຽວ, ຜູ້​ວ່າ​ການ​ລັດ​ພາກ​ໃຕ້​ອົດ​ສະ​ຕາ​ລີ ນຳ​ໜ້າ, ມາ​ແລກ​ປ່ຽນ​ບັນ​ດາ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ກັບ​ນະ​ຄອນ​ໂຮ່​ຈິ​ມິນ. ທີ່​ການ​ຕ້ອນ​ຮັບ, ທ່ານ ຫງວຽນ​ແທ່ງ​ຟອງ ໄດ້​ສະ​ແດງ​ຄວາມ​ເບີກ​ບານ​​ມ່ວຍ​ຊື່ນເມື່ອ​ທ່ານ​ເລ​ວັນ​ຮຽວ ເປັນ​ຊາວ​ຫວຽດ​ນາມ ຄົນ​ທຳ​ອິດ​ຮັບ​ໜ້າ​ທີ່​ສຳ​ຄັນ​ເປັນ​ຜູ້​ວ່າ​ການ​ລັດ​​ໜຶ່ງ​ຢູ່​ອົດ​ສະ​ຕາ​ລີ. ທ່ານ ກໍ​ປາດ​ຖະ​ນາ​ວ່າ, ດ້ວຍ​ບົດ​ບ​າດ​ຂອງ​ຕົນ, ທ່ານ ເລ​ວັນ​ຮຽວ ຈະ​​ເປັນ​ຂົວ​ຕໍ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຕັ້ງ​ໜ້າ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ລັດ​ພາກ​ໃຕ້​ອົດ​ສະ​ຕາ​ລີ ກັບ​ນະ​ຄອນ​ໂຮ່​ຈິ​ມິນ​ ເວົ້​າ​ສະ​ເພາະ ແລະ ຫວຽດ​ນາມ ເວົ້າ​ລວມ​ໃຫ້​ນັບ​ມື້ນ​ັບ​ພັດ​ທະ​ນາ. ປະ​ຈຸ​ບັນ, ອົດ​ສະ​ຕາ​ລີ ມີ 150 ໂຄງ​ການ​ລົງ​ທຶນ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ດ້ວຍຍອດ​ເງິນ​ລົງ​ທຶນກວ່າ 187 ລ້ານ USD, ຢືນ​ອັນ​ດັບ​ທີ 18 ໃນ​ຈຳ​ນວນ​ບັນ​ດາ​ປະ​ເທດ ແລະ ເຂດ​ແຄ້ວນລົງ​ທຶນ​ເຂົ້າ​ນະ​ຄອນ. ທ່ານ ຫງວຽນ​ແທ່ງ​ຟອງ ປາດ​ຖະ​ໜາ​ວ່າ, ດ້ວຍ​ທ່າ​ແຮງ​ດ້ານ​ການ​ສຶກ​ສາ, ກະ​ສິ​ກຳ ແລະ ສິນ​ໃນ​ນຳ​້, ລັດ​ພາກ​ໃຕ້​ອົດ​ສະ​ຕາ​ລີ ຈ​ະ​ສະ​ໜອງ​ບັນ​ດາ​ທຶນ​ສຶກ​ສາ​ໃຫ້​ພະ​ນັກ​ງານ, ນັກ​ສຶກ​ສາ​ນະ​ຄອນ​ທີ່​ຮ່ຳ​ຮຽນ​ຢູ່​ທີ່ນີ້. ພ້ອມ​​ກັນ​ນັ້ນ, 2 ຝ່າຍ​ກໍ່​ຊອກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ລົງ​ທຶນ​ໃນ​ຂົງ​ເຂດ​ກະ​ສິ​ກຳ.

        ສ່ວນ​ທ່ານ ເລ​ວັນ​ຮຽວ ໃຫ້​ຮູ້​ວ່າ, ການ​ຢ້ຽມ​ຢາມ​ຂອງ​ຄະ​ນະ ແມ່ນ​ເພື່ອ​ຈ​ຸດ​ປະ​ສົງ​ເພີ່ມ​ທະ​ວີ​​ການ​ຮ່ວມ​ມືລະ​ຫວ່າງ​ລັດ​ພາກ​ໃຕ້​ອົດ​ສະ​ຕາ​ລີ ແລະ ນະ​ຄອນ​ໂຮ່​ຈິ​ມິນ. ບັນ​ດາ​ວິ​ສາ​ຫະ​ກິດ​ລັດ​ພາກ​ໃຕ້​ອົດ​ສະ​ຕາ​ລີ ກຳ​ນົດ​ການ​ຮ່ວມ​ມື​ກັບ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ແມ່ນ​ມີ​ຄວາມ​ສຳ​ຄັນ, ປະ​ກອບ​ສ່ວນ​ຊຸກຍ​ູ້​ການ​ພົວ​ພ​ັນ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ.

ຂ່າວ/ບົດ​ອື່ນ