(ທ່ານ ຫງວຽນຊິງຮຸ່ງ ປະທານສະພາແຫ່ງຊາດ ຕ້ອນຮັບທ່ານ
ປະທານາທິບໍດີ ປະເທດ ສ.ໄອແລນ Olaful Ragnar Grimsson)
(vovworld) – ຕອນບ່າຍວັນທີ 4/11, ຢູ່ສຳນັກງານສະພາແຫ່ງຊາດ ຫວຽດນາມ ທ່ານ ຫງວຽນຊິງຮຸ່ງ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ປະເທດ ສ.ໄອແລນ Olaful Ragnar Grimsson. ທ່ານປະທານາທິບໍດີ ປະເທດ ສ.ໄອແລນ Olaful Ragnar Grimsson ຢືນຢັນວ່າ: ການມາຢ້ຽມຢາມຂອງຄະນະຜູ້ແທນ ໄອແລນ ໃນຄັ້ງນີ້ ຈະສ້າງບັນດາພື້ນຖານຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ. ໄອແລນ ພ້ອມແລ້ວທີ່ຈະຮ່ວມກັບ ຫວຽດນາມ ໃນການຂຸດຄົ້ນສິນໃນນ້ຳ, ພະລັງງານສະອາດ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ. ການຮ່ວມມື 2 ຝ່າຍສ້າງຮູບແບບໃຫ້ແກ່ຮ່ວມມືໃນທົ່ວໂລກ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ ປາດຖະໜາວ່າ: ດ້ວຍບັນດາທ່າແຮງຂອງຕົນ ໄອແລນ, ສືບຕໍ່ໜູນຊ່ວຍ, ແບ່ງປັນບົດຮຽນກັບ ຫວຽດນາມ ໃນຂົງເຂດການຮັບມືຕໍ່ການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນສູງ. ໃນການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ໄອແລນ, ການນຳ 2 ທ່ານກໍເຫັນດີ ເພີ່ມທະວີການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດໃຫ້ແໜ້ນແຟ້ນກ່ວາອີກ; ສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນບົນເວທີປາໄສຫລາຍຝ່າຍ ແລະ 2 ຝ່າຍ.