ຊີ້ນຳຈັດຕັ້ງບັນດາການເຄື່ອນໄຫວ“ເດືອນເຄື່ອນໄຫວປ້ອງກັນ, ຕ້ານຢາເສດຕິດ”
ພາບປະກອບ
(vovworld) - ນາຍົກລັດຖະມົນຕີຫາກໍໃຫ້ການຊີ້ນຳ ເພື່ອປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ກ່ຽວກັບການສືບຕໍ່ເພີ່ມທະວີການຊີ້ນຳ ນຳພາ ຕໍ່ວຽກງານປ້ອງກັນ, ຕ້ານ ແລະ ຄວບຄຸມຢາເສບຕິດໃນສະພາບການໃໝ່ ຢ່າງມີປະສິດທິຜົນ ແລະ ຕອບສະໜອງ “ເດືອນເຄື່ອນໄຫວປ້ອງກັນ, ຕ້ານຢາເສບຕິດ”, “ວັນທົ່ວປວງຊົນປ້ອງກັນ, ຕ້ານຢາເສບຕິດ” ແລະ “ວັນໂລກປ້ອງກັນ, ຕ້ານຢາເສບຕິດ” (26/06) ດ້ວຍຫົວຂໍ້ “ທົ່ວໂລກຮ່ວມແຮງຮ່ວມໃຈເຄື່ອນໄຫວເພື່ອວົງຄະນະຍາດປອດຢາເສດຕິດ” ຢ່າງແທດຈິງ. ຕາມນັ້ນແລ້ວ, ແຕ່ວັນທີ 1 – 30/6, ບັນດາກະຊວງ, ຂະແໜງການ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງຄວນສຸມໃສ່ໂຄສະນາຢ່າງເລິກເຊິ່ງ ແລະ ກ້ວາງແຂວງບັນດາແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດ, ຜົນຮ້າຍຢ້ອນຫຼັງ ແລະ ຜົນຮ້າຍຂອງຢາເສບຕິດ ເພື່ອແນໃສ່ສ້າງການຫັນປ່ຽນຢ່າງເລິກເຊິ່ງກ່ຽວກັບສະຕິ, ການເຄື່ອນໄຫວຂອງຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະ ຂອງຄອບຄົວ, ວົງຄະນະຍາດໃນວຽກງານປ້ອງກັນ, ຕໍ່ສູ້ກັບອາດຊະຍາກຳຄ້າຢາເສບຕິດ, ໜູນຊ່ວຍການບຳບັດປິນປົ່ວຜູ້ຕິດຢາເສບຕິດ ແລະ ຊ່ວຍເຫຼືອຜູ້ຕິດຢາເສບຕິດຫຼັງການບຳບັດ ໄດ້ເຊື່ອມຕົວກັບຊີວິດສັງຄົມຄືນໃໝ່.