ຊັບຊ້ອນ,ປ່ຽນໃໝ່ວິສາ ຫະກິດເພື່ອສ້າງພື້ນຖານ ເສດຖະກິດເປັນປົກກະຕິ


ຊັບຊ້ອນ,ປ່ຽນໃໝ່ວິສາ ຫະກິດເພື່ອສ້າງພື້ນຖານ ເສດຖະກິດເປັນປົກກະຕິ - ảnh 1

(ພາບ: VGP/Thành Chung)

(vovworld)– ​ ​ ຕອນ​ເຊົ້າວັນ​ທີ 27/12, ຢູ່​ສຳນັກງານ​ລັດຖະບານ, ຄະນະ​ຊີ້​ນຳ​ປ່ຽນ​ໃໝ່, ພັດທະນາ​ວິ​ສາ​ຫະກິດ​ໄດ້​ຈັດ​ກອງ​ປະຊຸມ​ກ່ຽວ​ກັບ​ສະພາບ​ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່​ໃນ​ປີ 2014 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່, ມາດ​ຕະການ​ປີ 2015. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຸ້ວັນ​ນິງຮຽກຮ້ອງ​ວ່າ: ​ໃນ​ປີ 2015, ຕ້ອງ​ສຸມ​ໃສ່​ການ​ຫັນ​ວິ​ສາ​ຫະກິດ​ເປັນ​ຫຸ່ນ​ສ່ວນ, ສູ້​ຊົນ​ສຳ​ເລັດ​ແຜນການຊັບຊ້ອນ, ປ່ຽນ​ໃໝ່​ວິ​ສາ​ຫະກິດຮອດ​ປີ 2015; ພ້ອມ​ທັງ​ສຳ​ເລັດ​ລະບົບ​ນະ​ໂຍບາຍ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ, ຕິດຕາມ​ກວດກາ​ລັດ​ວິ​ສາ​ຫະກິດ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວຸ້ວັນ​ນິງ ​ໃສ່​ໃຈ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ລັດຖະບານ​ຈະ​ປະກາດ​ໃຊ້​ມະຕິ​ຕົກລົງ​ກ່ຽວ​ກັບ​ການ​ຫັນ​ບັນດາ​ຫົວໜ່ວຍ​ພາລະກິດ​ຂອງ​ລັດ​ເປັນ​ຫຸ້ນ​ສ່ວນ, ສະນັ້ນ, ສະ​ເໜີ​ບັນດາ​ກະຊວງ, ຂະ​ແໜງ​ການ​ຕ້ອງ​ກະກຽມ​ແຜນການ​ເພື່ອ​ຜັນ​ຂະຫຍາຍ​ມະຕິ​ຕົກລົງ​ນີ້​ຢ່າງ​ມີ​ປະສິດທິ​ຜົນ./.

ຂ່າວ/ບົດ​ອື່ນ