ຊຸມວັນ “ນະຄອນໂຮ່ຈິມີນ ຢູ່ ນະຄອນຫລວງ ວຽງຈັນ”

(vovword) - ວັນ​ທີ 27/6 ຢູ່ ນະຄອນຫລວງ ວຽງ​ຈັນ, ການ​ນຳ​ນະ​ຄອນ​ໂຮ່ຈິ​ມີນ ​ແລະ ນະຄອນ ວຽງ​ຈັນ ໄດ້​ເປັນ​​ເຈົ້າພາບ​ກອງ​ປະຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ການ​ລົງທຶນ​ດ້ານ​ການ​ຄ້າ, ການ​ທອ່ງທ່ຽວ ລະຫວ່າງ​ສອງ​ນະຄອນ ​ເວົ້າ​ສະ​ເພາະ ກໍ່ຄືຫວຽດນາມ ​ແລະ ລາວ ​ເວົ້າ​ລວມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ເພື່ອ​ຂຳ່ນັບ​ຮັບ​ຕ້ອນ​ປີ​​ແຫ່ງ​ຄວາມສາມັກຄີມິດຕະພາບ ຫວຽດນາມ ​ແລະ ລາວ ລະຫວ່າງ​ສອງ​ນະຄອນ ​ແລະ ​ເປີດ​ສາກ​ໃຫ້​ຊຸມ​ “ວັນນະ​ຄອນ ​ໂຮ່ຈິ​ມີນ ຢູ່ ນະຄອນຫລວງ​ວຽງ​ຈັນ”.

ຊຸມວັນ “ນະຄອນໂຮ່ຈິມີນ ຢູ່ ນະຄອນຫລວງ ວຽງຈັນ” - ảnh 1
ທ່ານ ຈູມມະລີ ໄຊຍະສອນ ເລຂາທິການໃຫຍ່, ປະທານປະເທດ ລາວ ຕ້ອນຮັບ
ຄະນະຜູ້ແທນຂັ້ນສູງນະຄອນ ໂຮ່ຈິມີນ
ພາບ: internet

        ​ແລະ​ກໍ​ໃນ​ຂອບ​ເຂດ​ຊຸ​ມວັນ ນະ​ຄອນ ​ໂຮ່ຈິ​ມີນ ຢູ່ ນະຄອນຫລວງ​ວຽງ​ຈັນ, ​ໃນ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນ ​ໂຮ່ຈິ​ມີນ ​ໂດຍ​ທ່ານ ​Le Thanh Hai ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈິ​ມີນ ນຳ​ຫນ້າ ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນ ວຽງ​ຈັນ ​ໂດຍ​ທ່ານ ສຸ​ກັນ ມະຫາລາດ ​ເຈົ້າ​ຄອງ​ນະຄອນຫລວງ ວຽງ​ຈັນ ​ເປັນ​ຫົວຫນ້າ​ຄະນະ. ຄຽງ​ຄູ່​ກັນ​ນັ້ນ ​ເພີ່ມ​ທະວີ​ການ​ສຶກສາ​ລຸ້ນຫນຸ່ມ​​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງລຸ້ນພໍ່​ລຸ້ນອ້າຍ​ເພື່ອ​ປົກ​ປັກ​ຮັກສາ ​ແລະ ​ເພ​ີ່ມພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ​ໃຫ້ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ຄວາມ​ໝາຍ​ແທດ​ຈິງ. ທ່ານ Le Thanh Hai ​ຖື​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ພົວພັນ​ຮ່ວມ​ມື​​ດ້ານ​ການ​ເມືອງ ​​ແມ່ນ​ການ​ບຸລິມະສິດ​ຕົ້ນຕໍ​ໃນ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ລົງ​ນາມ​ລະຫວ່າງ​ສອງ​ນະຄອນ, ຕໍ່​ມາ​ແມ່ນ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ບຳລຸງ​ສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດ ​ແລະ ບັນດາ​ຂົງ​ເຂດ​ເສດຖະກິດ​ສັງຄົມ​ອື່ນ.

Quoc Khanh ນັກ​ຂ່າວ VOV ປະຈຳ ສປປ ລາວ

ຂ່າວ/ບົດ​ອື່ນ