ຊຸມວັນວັດທະນະທຳອາຊຽນຢູ່ຫວີງຟຸກ

(VOVWORLD) -ວັນທີ 1 ສິງຫາ, ຄະນະກຳມະການແຂວງ ຫວີງຟຸກ ໄດ້ຈັດຕັ້ງຊຸມວັນວັດທະນະທຳ ອາຊຽນ ຢູ່ ແຂວງ ຫວີງຟຸກ.
ຊຸມວັນວັດທະນະທຳອາຊຽນຢູ່ຫວີງຟຸກ - ảnh 1 ຊຸມວັນວັດທະນະທຳ ອາຊຽນ ຢູ່ ແຂວງ ຫວີງຟຸກ

ນີ້ແມ່ນການເຄື່ອນໄຫວສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ. ເຂົ້າຮ່ວມເຫດການ ມີຜູ້ຕາງຫນ້າ ສະຖານທູດບັນດາປະເທດ ອາຊຽນ ປະຈຳຫວຽດນາມ. ຊຸມວັນວັດທະນະທຳ ອາຊຽນ ຢູ່ ຫວີງຟຸກ ໄດ້ດຳເນີນການເຄື່ອນໄຫວຫລາຍຢ່າງຄື: ການພົບປະແລກປ່ຽນສິລະປະ “ອາຊຽນ - ສັນຕິພາບ ແລະ ການພັດທະນາ”. ເຫດການແມ່ນໂອກາດເພື່ອໃຫ້ປະຊາຊົນ ແຂວງ ຫວີງຟຸກ ແລະ ບັນດາແຂວງໃກ້ຄຽງ ມີໂອກາດໄດ້ຊອກຮູ້, ຄົ້ນຫາ ແລະ ມີຄວາມເຂົ້າໃຈກ່ຽວກັບຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາເຜົ່າໃນປະຊາຄົມ ອາຊຽນ. ຄະນະຈັດຕັ້ງຫວັງວ່າ ຊຸມວັນວັດທະນະທຳ ອາຊຽນ ຢູ່ ຫວີງຟຸກ ຈະແມ່ນກຳລັງຫນູນຊຸກຍູ້ການຮ່ວມມືມິດຕະພາບ, ການພົວພັນແລກປ່ຽນເສດຖະກິດ, ວັດທະນະທຳ ລະຫວ່າງແຂວງ ຫວີງຟຸກ ກັບບັນດາປະເທດ ອາຊຽນ ພ້ອມທັງປະກອບສ່ວນຕັ້ງຫນ້າເຂົ້າໃນການສ້າງປະຊາຄົມ ອາຊຽນ ແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ