“ຊຸມວັນວັນນະຄະດີເອີລົບ2015”-ຂົວເຊື່ອມຕໍ່ລະຫວ່າງຫວຽດນາມແລະເອີລົບ
(ພາບ: ສະຖານບັນ Goethe ຮ່າໂນ້ຍ)
|
(vovworld) – “ຊຸມວັນວັນນະຄະດີເອີລົບ ປີ 2015” ໄຂຂຶ້ນໃນຕອນບ່າຍວັນທີ 7/5 ຢູ່ສະຖານບັນ Goethe ຮ່າໂນ້ຍ ແຕ່ວັນທີ 7 – 10/5/2015. ໂຄງການໂດຍສະຫະສະມາຄົມບັນດາສະຖາບັນວັດທະນະທຳ ແລະ ສະຖານທູດ ເອີລົບ (EUNIC) ຈັດຕັ້ງ, ລວມມີບັນດາການເຄື່ອນໄຫວຄື: ອ່ານ ແລະ ແນະນຳປື້ມ, ສາຍຟິມເລື່ອງສັ້ນ, ສະແດງດົນຕີປະສານສຽງ…
“ຊຸມວັນວັນນະຄະດີເອີລົບ ປີ 2015” ຢູ່ ຮ່າໂນ້ຍ ດ້ວຍຄວາມຫວັງຢາກນຳວັດທະນະທຳ ເອີລົບ ມາໃຫ້ຜູ້ອ່ານ ຫວຽດນາມ. ທ່ານນາງ Almuth Meyer Zollitsch - ຜູ້ອຳນວຍການສະຖາບັນ Goethe ຮ່າໂນ້ຍ ຫວັງວ່າ: ບັນດາຜະລິດຕະພັນໂດ່ງດັ່ງຂອງ ເອີລົບ ໄດ້ລົບລ້າງຮົ້ວກີດຂວາງກ່ຽວກັບດ້ານພາສາ ແລະ ວັດທະນະທຳ, ເຮັດໃຫ້ຜູ້ອ່ານ ຫວຽດນາມ ແລະ ເອີລົບ ຫຍັບມໍ່ໃກ້ກັນກ່ວາ, ມຸ່ງໄປເຖິງການພົວພັນສະໜິດແໜ້ນກ່ວາ. ຊຸມວັນວັນນະຄະດີ ເອີລົບ ແມ່ນຂົວເຊື່ອມຕໍ່ວັດທະນະທຳສຳຄັນເພື່ອໃຫ້ 2 ປະເທດບັນລຸໄດ້ສິ່ງດັ່ງກ່າວ.