ຊີຣີ ກຳນົດວັນເລືອກຕັ້ງ ປະທານາທິບໍດີ
ທ່ານປະທານສະພາແຫ່ງຊາດຊີຣີ Mohammad al Lahham
(ພາບ: presstv.ir)
(vovworld) - ທ່ານປະທານສະພາແຫ່ງຊາດຊີຣີ Mohammad al Lahham ຖະແຫຼງວ່າ ປະເທດນີ້ຈະດຳເນີນການເລືອກຕັ້ງປະທານາທິບໍດີໃນວັນທີ 03/06 ຈະມາເຖິງ. ນີ້ຈະແມ່ນການເລືອກຕັ້ງປະທານາທິບໍດີຄັ້ງທຳອິດ ດ້ວຍຜູ້ອອກສະໝັກຮັບເລືອກຕັ້ງຫຼາຍທ່ານຢູ່ຊີຣີ ນັບແຕ່ເມື່ອ ກາມາກຸດ ຮັບຮອງເອົາລັດຖະທຳມະນູນທີ່ພວມປະກາດໃຊ້ໃນປະຈຸບັນ. ກ່າວຄຳເຫັນທີ່ວາລະປະຊຸມຄັ້ງທີ 1 ຂອງສະພາແຫ່ງຊາດເມື່ອວັນທີ 21/04, ທ່ານ Lahham ໃຫ້ຮູ້ວ່າ ການເລືອກຕັ້ງປະທານາທິບໍດີຂອງປະເທດ ສ.ຊີຣີ ຈະຈັດຂຶ້ນແຕ່ເວລາ 7 ໂມງ - 19 ໂມງ ໃນວັນທີ 03/06 ຈະມາເຖິງ, ໃນຂະນະນັ້ນ, ການປ່ອນບັດເລືອກຕັ້ງຂອງຊາວຊີຣີ ອາໄສຢູ່ຕ່າງປະເທດຈະຖືກດຳເນີນໄປໃນວັນທີ 28/05 ຈະມາເຖິງ. ທີ່ວາລະປະຊຸມຄັ້ງນີ້, ສະພາແຫ່ງຊາດຊີຣີ ເລີ່ມເຄື່ອນໄຫວວຽກງານຈົດທະບຽນໃຫ້ແກ່ບັນດາຜູ້ອອກສະໝັກຮັບເລືອກຕັ້ງ ໃນການເລືອກຕັ້ງປະທານາທິບໍດີຈະມາເຖິງຢ່າງເປັນທາງການ. ທ່ານປະທານສະພາແຫ່ງຊາດ Lahham ໃຫ້ຮູ້ວ່າ ບັນດາຜູ້ອອກສະໝັກຮັບເລືອກຕັ້ງອາດຈະສົ່ງໃບຄຳຮ້ອງຫາສຽງເລືອກຕັ້ງຂຶ້ນສານລັດຖະທຳມະນູນສຸງສຸດ ໃນໄລຍະເວລາແຕ່ວັນທີ 22/04 – 01/05.